ໜຶ່ງດວງໃຈ ສືບຕໍ່ປະດັບດອກໄມ້ຢູ່ອະນຸສາວະລີ ທ່ານ ສີສົມພອນ ລໍວັນໄຊ

ໃນວັນທີ 21-22 ສິງຫາ 2020 ຢູ່ອະນຸສາວະລີທ່ານ ສີສົມພອນ ລໍວັນໄຊ ກອງທຶນ 1 ດວງໃຈ ບໍລິຄຳໄຊ ຊ່ວຍເຫຼືອສັງຄົມ ນຳໂດຍ ທ່ານ ນາງ ແອງ ໄຊສົງຄາມ ປະທານກອງທຶນ ພ້ອມດ້ວຍສະມາຊິກ ໄດ້ສືບຕໍ່ສ້າງກິດຈະກຳປະດັບດອກໄມ້ ເພື່ອເປັນການສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ VII ອົງຄະນະພັກແຂວງບໍລິຄຳໄຊ ທີ່ໃກ້ຈະມາເຖິງນີ້.

ກິດຈະກຳໃນຄັ້ງນີ້ ແມ່ນໄດ້ຕົບແຕ່ງເພີ່ມເຕີມຮູບທຸງຊາດ-ທຸງພັກ ຂະໜາດ 4×6 ແມັດ ທີ່ຢູ່ທາງໜ້າອະນຸສາວະລີ ແລະ ຕົວໜັງສື “ຊົມເຊີຍກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VII” ຢູ່ທາງຂ້າງອະນຸສາວະລີ ທ່ານ ສີສົມພອນ ລໍວັນໄຊ ພ້ອມດຽວກັນຍັງໄດ້ໃຊ້ດອກໄມ້ຢາງປະດິດ ຕົບແຕ່ງໃຫ້ເປັນຂອບ ອ້ອມຮອບໂຕໜັງສື ໃຫ້ມີຄວາມສວຍງາມ ແລະ ໂດດເດັ່ນຂຶ້ນຕື່ມ. ຫຼັງຈາກສຳເລັດການຕົບແຕ່ງ ຢູ່ທີ່ອະນຸສາວະລີ ທ່ານ ສີສົມພອນ ລໍວັນໄຊ ກອງທຶນໜຶ່ງດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ ແລະ ທຸກພາກສ່ວນໃນສັງຄົມ ຈະໄດ້ເລີ່ມປະດັບປະດາຕາມເສັ້ນທາງເລກ 4B ໃຫ້ມີຄວາມສວຍງາມ.

ການປະດິດດອກໄມ້ຢາງ ໄດ້ເລີ່ມແຕ່ກາງເດືອນມິຖຸນາເປັນຕົ້ນມາ ໂດຍແມ່ນການປະກອບສ່ວນຊ່ວຍເຫຼືອຕຸກນ້ຳດື່ມນ້ອຍ ຈາກບັນດາພະແນກການ, ຫ້ອງການ, ບໍລິສັດ ແລະ ຫ້າງຮ້ານຕ່າງໆ ຫຼັງຈາກນັ້ນສະມາຊິກກອງທຶນ ແລະ ພາກສ່ວນຕ່າງໆໃນສັງຄົມ ກໍ່ໄດ້ພ້ອມໃຈກັນລົງມືປະດິດດອກໄມ້ ດ້ວຍຄວາມເອົາໃຈໃສ່ສູງ ໂດຍທຸກຂັ້ນຕອນການປະດິດແມ່ນເຮັດດ້ວຍມືທັງໝົດ ແລະ ໄດ້ເລີ່ມຕົ້ນໃນການປະດັບປະດາໃນວັນທີ 10 ສິງຫາ 2020 ມາຮອດປັດຈຸບັນແມ່ນໃກ້ຈະສຳເລັດສົມບູນແລ້ວ.

About admins14