ໜຶ່ງດວງໃຈ ມອບເຄື່ອງຊ່ວຍເຫຼືອ ມູນຄ່າຫຼາຍກວ່າ 50 ກີບ ຊຸກຍູ້ວຽກສາທາ

ເພື່ອເປັນການຊຸກຍູ້ສົງເສີມວຽກງານສາທາລະນະສຸກ ພ້ອມທັງເປັນການຂ່ຳນັບຮັບຕ້ອນ ວັນສ້າງຕັ້ງແຂວງບໍລິຄຳໄຊ ຄົບຮອບ 37 ປີ ( 6 ມີນາ 1984 – 6 ມີນາ 2021 ) ໃນວັນທີ 5 ມີນາ 2021 ຢູ່ໂຮງໝໍແຂວງບໍລິຄໍາໄຊ ໄດ້ມີພິທີມອບ-ຮັບ ຕັ່ງນັ່ງສະແຕນເລດ ຈຳນວນ 30 ຊຸດ ມູນຄ່າ 53.158.470 ກີບ ທີ່ໄດ້ຮັບການຊ່ວຍເຫຼືອຈາກ ກອງທຶນໜຶ່ງດວງໃຈບໍລິຄຳໄຊ ຊ່ວຍເຫຼືອສັງຄົມ ມອບໂດຍ ທ່ານ ນາງ ແອງ ໄຊສົງຄາມ ປະທານກອງທຶນໜຶ່ງດວງໃຈ ແລະ ຮັບໂດຍ ທ່ານ ດຣ ບຸນຍັງ ພົມມະຈັນ ອໍານວຍການໂຮງໝໍແຂວງ ໂດຍຊ້ອງໜ້າ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, ການນຳຂອງແຂວງ, ຄະນະອໍານວຍການ ແລະ ບັນດາພະນັກງານແພດໝໍ ເຂົ້າຮ່ວມເປັນສັກຂີພະຍານ.

ພ້ອມກັນນັ້ນ ກອງທຶນໜຶ່ງດວງໃຈບໍລິຄຳໄຊ ຊ່ວຍເຫຼືອສັງຄົມ ຍັງໄດ້ນຳເຄື່ອງວັດແທກອຸນຫະພຸມ 1 ເຄື່ອງ ມູນຄາ 1 ລ້ານກວ່າກີບ ໄປມອບໃຫ້ໂຮງໝໍທະຫານແຂວງ ມອບໂດຍ ທ່ານ ນາງ ແອງ ໄຊສົງຄາມ ປະທານກອງທຶນໜຶ່ງດວງໃຈ ແລະ ຮັບໂດຍ ທ່ານ ນາງ ພັທ ອຳໄພວັນ ລາດຊະວົງ ຮອງການເມືອງໂຮງໝໍທະຫານແຂວງ.

ໃນໂອກາດນີ້ ການນຳແຂວງບໍລິຄຳໄຊ ແລະ ກອງທຶນໜຶ່ງດວງໃຈ ບໍລິຄຳໄຊຊ່ວຍເຫຼືອສັງຄົມ ຍັງໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ໄປມອບໃຫ້ຄົນເຈັບຢູ່ 2 ໂຮງໝໍດັ່ງກ່າວ ເພື່ອລົງມາພົບປະພໍ່ແມ່ປະຊາຊົນ ແລະ ໃຫ້ກຳລັງໃຈຄົນເຈັບ ທີ່ເຂົ້າມາຮັບການປິ່ນປົວ.

About admins14