ໄຊຈໍາພອນ ສອບເສັງຄັດເລືອກໄດ້ນັກຮຽນເກັ່ງ ປ.5, ມ.4 ແລະ ມ.7 ສົກ 2022 – 2023

ຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ) ໄຊຈໍາພອນ ແຂວງບໍລິຄໍາໄຊ ໄດ້ສໍາເລັດການສອບເສັງຄັດເລືອກນັກຮຽນເກັ່ງ ຊັ້ນປະຖົມສຶກສາ ປີທີ 5 (ປ.5), ຊັ້ນມັນທະຍົມສຶກສາຕອນຕົ້ນ ປີທີ 4 (ມ.4) ແລະ ຊັ້ນມັດທະຍົມສຶກສາຕອນປາຍ ປີທີ 7 (ມ.7) ຂັ້ນເມືອງ ປະຈຳສົກຮຽນ 2022 – 2023 ໃນວັນທີ 8 ກຸມພາ 2023 ທີ່ໂຮງຮຽນປະຖົມສົມບູນບ້ານນໍ້າອ້ອນ ພາຍໃຕ້ການເປັນປະທານຂອງທ່ານ ສົມແພງ ຄໍາພະໄຊ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີຄະນະກຳມະການຈາກຫ້ອງການ ສກມ, ໂຮງຮຽນປະຖົມ, ມັດທະຍົມ ແລະ ຕົວແທນນັກຮຽນເກັ່ງຂັ້ນໂຮງຮຽນ 43 ນ້ອງ, ຍິງ 24 ນ້ອງ ເຂົ້າຮ່ວມ.

ສອບເສັງຊັ້ນປະຖົມ ປ.5 ມີຕົວແທນນັກຮຽນເກັ່ງເຂົ້າຮ່ວມ 15 ນ້ອງ, ຍິງ 10 ນ້ອງ, ຜັນການສອບເສັງ ວິຊາພາສາລາວອັນດັບທີ 1 ນາງ ມະໄລທອງ ໄຊສົມບັດ ຈາກໂຮງຮຽນ ປະຖົມສົມບູນ ນ້ຳອ້ອນ, ວິຊາຄະນິດສາດ ອັນດັບທີ 1 ທ້າວ ແຈກ ວົງມົນຕີ ຈາກໂຮງຮຽນ ປະຖົມສົມບູນ ໂພນສີ ແລະ ວິຊາ ໂລກອ້ອມຕົວອັນດັບທີ 1 ນາງ ມະນີຈັນ ໂພທິສານ ຈາກໂຮງຮຽນ ປະຖົມສົມບູນ ເມືອງຈໍາ.

ຊັ້ນ ມ.4 ມີນັກສອບເສັງ 16 ນ້ອງ, ຍິງ 9 ນ້ອງ, ຜົນການສອບເສັງ ວິຊາພາສາລາວ-ວັນນະຄະດີ ອັນດັບທີ 1 ນາງ ສີສະຫວັດ ກີ່ງປະເສີດ ໂຮງຮຽນ ມສ ນ້ຳອ້ອນ, ວິຊາຄະນິດສາດອັນດັບທີ 1  ນາງ ນາລີນ ໄຊຍະຄຳ ໂຮງຮຽນ ມສ ໂພນສີ, ວິຊາເຄມີສາດ ອັນດັບທີ 1 ນາງ ບົວແກ້ວ ໄຊສົມແພງ ໂຮງຮຽນ ມສ ໂພນສີ ແລະ ວິຊາຟີຊິກສາດ ອັນດັບທີ 1 ທ້າວ ແສງພະຈັນ ໄຊເຈ້ຍທົ່ງວື້ ໂຮງຮຽນ ມສ ໂພນສີ.

ຊັ້ນ ມ.7 ມີນັກສອບເສັງ 12 ນ້ອງ, ຍິງ 5, ຜົນການສອບເສັງ ວິຊາພາສາລາວ-ວັນນະຄະດີ ອັນດັບທີ 1 ນາງ ເຄນປັນຍາ ເຄືອມະໄລທອງ ໂຮງຮຽນ ນາແຈງ, ວິຊາຄະນິດສາດ ອັນດັບທີ 1 ນາງ ອ່ອນສີ ໄຊຄຳມີໂຮງຮຽນ ມສ ໂພນສີ, ວິຊາເຄມີສາດ ອັນດັບທີ 1 ທ້າວ ກະຕົ່ງ ຈືຊ້າຊົ່ງ ໂຮງຮຽນ ມສ ນ້ຳອ້ອນ ແລະ ວິຊາຟີຊິກສາດ ອັນດັບທີ 1 ທ້າວ ເຈັ້ງ ເຈຍບຸ່ງຊົ່ງ ໂຮງຮຽນ ມສ ນ້ຳອ້ອນ.

ໃນຕອນທ້າຍ, ທ່ານ ສົມແພງ ຄໍາພະໄຊ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຫ້າງຫາກະກຽມຂອງຄະນະຮັບຜິດຊອບທຸກພາກສ່ວນ ຕະຫຼອດຮອດນັກສອບເສັງທຸກຄົນ ທີ່ມີຄວາມເອົາໃຈໃສ່ເຮັດບົດສອບເສັງດ້ວຍຄວາມຮັບຜິດຊອບສູງ, ທ່ານຍັງໄດ້ຮຽກຮ້ອງໃຫ້ນັກສອບເສັງທຸກຄົນທີ່ສອບເສັງໄດ້ອັນດັບທີ 1 ທຸກວິຊາ ຈົ່ງພ້ອມກັນຕັ້ງໜ້າເອົາໃຈໃສ່ສືບຕໍ່ຄົ້ນຄວ້າບົດຮຽນ ເພື່ອກຽມພ້ອມເຂົ້າສອບເສັງນັກຮຽນເກັ່ງຢູ່ຂັ້ນແຂວງ, ຂັ້ນສູນກາງ. ຫຼັງຈາກນັ້ນ, ທ່ານໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ນັກຮຽນ ແລະ ຄູອາຈານຜູ້ທີ່ມີຜົນງານດີເດັ່ນໃນການສິດສອນ.

About admins16