ໄຊຈໍາພອນ ປະເມີນ ແລະ ຮັບຮອງໂຕເລກການປະເມີນໄລຍະຕົ້ນ ຕາມດໍາລັດ 348 / ລບ

ກອງປະຊຸມປະເມີນ ແລະ ຮັບຮອງ ໂຕເລກການປະເມີນໄລຍະຕົ້ນ ຕາມດໍາລັດ 348 / ລບ ຂອງເມືອງໄຊຈໍາພອນ ໄດ້ຈັດຂຶ້ນໃນວັນທີ 15 ກຸມພາ 2023 ທີ່ສະໂມສອນເມືອງ ເປັນປະທານໂດຍ ທ່ານ ຄໍາໄຊ ຕຸນາລົມ ຮອງເຈົ້າເມືອງໄຊຈໍາພອນ.

ກອງປະຊຸມ ໄດ້ນໍາສະເໜີໂຕເລກຜົນການປະເມີນ ຂອງກອງເລຂາກວດກາຂໍ້ມູນຂອງເມືອງ ໂດຍໄດ້ໃຫ້ຮູ້ວ່າ: ເມືອງໄຊຈຳພອນມີ 17 ບ້ານ, 1.921 ຄອບຄົວ, ພົນລະເມືອງທັງໝົດ 10.544 ຄົນ, ຍິງ 5.182 ຄົນ, ສໍາລັບມາດຖານຄອບຄົວພົ້ນທຸກທີ່ບັນລຸ 6 ມາດຖານ ມີ 942 ຄອບຄົວ, ຍັງທັນບໍ່ພົ້ນທຸກມີ 979 ຄອບຄົວ, ບ້ານທີ່ບັນລຸຄົບ 8 ມາດຖານບ້ານພົ້ນທຸກ 4 ບ້ານ ແລະ ບ້ານທີ່ຍັງບໍ່ທັນບັນລຸ ມີ 13 ບ້ານ, ຂໍ້ມູນບ້ານໃຫຍ່ ໃຫ້ເປັນສີສັນຕົວເມືອງນ້ອຍໃນຊົນນະບົດ ຂອງເມືອງໄຊຈໍາພອນ ມີແຜນສ້າງບ້ານໂພນຄໍາ ເຊີ່ງບັນລຸ 1 ມາດຖານ, ຍັງບໍ່ທັນບັນລຸ 15 ມາດຖານ, ເມືອງພົ້ນທຸກ ມີ 9 ມາດຖານ, ເມືອງເຂັ້ມແຂງຮອບດ້ານ ມີ 16 ມາດຖານ ແລະ 60 ຕົວຊີ້ບອກ, ເມືອງພົ້ນທຸກເຫັນວ່າບັນລຸໄດ້ 2 ມາດຖານ ແລະ ເມືອງເຂັ້ມແຂງຮອບດ້ານ ບັນລຸໄດ້ 33 ຕົວຊີ້ບອກ.

ຈາກນັ້ນບັນດາຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດເຫັນໃສ່ໂຕເລກ ຜົນການປະເມີນຂໍ້ມູນຂອງແຕ່ລະມາດຖານເພື່ອເປັນເອະພາບ ແລະ ຮັບຮອງ ພ້ອມທັງມີຄຳເຫັນແລກປ່ຽນ ແລະ ຖອດຖອນບົດຮຽນ ຜົນການປະເມີນຕາມດຳລັດ 348/ລບ ຂອງເມືອງ ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ໃຫ້ບັນລຸຄາດໝາຍແຜນການທີວາງໄວ້ໃຫ້ໄດ້ຮັບຜົນດີ.

About admins14