ໄຊຈໍາພອນ ປະເມີນຜົນງານວຽກງານ 3 ສ້າງ

ກອງປະຊຸມ ປະເມີນຜົນວຽກງານການຈັດຕັ້ງປະຕິບັດວຽກງານສ້າງແຂວງເປັນຫົວໜ່ວຍຍຸດທະສາດ ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ໄດ້ຈັດຂຶ້ນໃນວັນທີ 1 ສິງຫາ 2022 ຢູ່ສະໂມສອນຫ້ອງວ່າການເມືອງໄຊຈຳພອນ ແຂວງບໍລິຄຳໄຊ ເປັນປະທານໂດຍ ທ່ານ ອຸດົມ ໄຊຍວນຕາ ຮອງເລຂາພັກເມືອງ ຜູ້ຊີນໍາວຽກພັກ – ພະນັກງານ, ມີຫ້ອງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການຜ່ານ ຄຳແນະນຳເລກທີ 03/ຂບຊ, ລົງວັນທີ 12 ມີນາ 2020 ວ່າດ້ວຍການປະເມີນຜົນວຽກງານ 3 ສ້າງ ຂອງການຈັດຕັ້ງປະຕິບັດການປະເມີນຜົນ ແລະ ຕີລາຄາວຽກງານການ ສ້າງແຂວງເປັນຫົວໜ່ວຍຍຸດທະຍາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ, ໃຫ້ມີຄວາມຖືກຕ້ອງ, ສອດຄ່ອງ, ເອກະພາບ ໃນການກຳນົດຫຼັກການ, ວິທີການ ແລະ ຂັ້ນຕອນການປະເມີນວຽກງານ 3 ສ້າງ ເພື່ອເປັນມາດຖານສຳລັບການຄົ້ນຄວ້າ ສ້າງຄວາມຮັບຮູ້ເຂົ້າໃຈໃນການຈັດຕັ້ງປະຕິບັດການປະເມີນຕົວຈິງ ໃຫ້ເປັນໄປລວງດຽວກັນໃນຂອບເຂດທົ່ວແຂວງ ໂດຍປະຕິບັດຕາມມະຕິ 25/ກມສພ, ລົງວັນທີ 22 ທັນວາ 2014, ຄຳສັ່ງສະບັບເລກທີ 34/ລນຍ, ລົງວັນທີ 23 ສິງຫາ 2016 ວ່າດ້ວຍທິດທາງ, ເປົ້າໝາຍ ແລະ ມາດຕະການ ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງເປັນຫົວໜ່ວຍພັດທະນາ ແລະ ຄຳແນະນຳເລກທີ 05/ພນ, ລົົງວັນທີ 31 ທັນວາ 2019, ມີແບບຟອມຮັບໃຊ້ສະເພາະໃນການປະເມີນ ສ້າງແຂວງໃຫ້ເປັນຫົວໜ່ວຍຍຸດທະສາດ 7 ດ້ານ, ສ້າງເມືອງໃຫ້ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ 5 ດ້ານ ແລະ ສ້າງເປັນຫົວໜ່ວຍພັັັັັັັັັັດທະນາ 4 ດ້ານ.

ພ້ອມນັ້ນ, ຍັງໄດ້ອະທິບາຍແຕ່ລະຂັ້ນຕອນການປະເມີນ ແລະ ນຳພາດຳເນີນການປະເມີນເມືອງເຂັ້ມແຂງຮອບດ້ານຕາມມາດຖານສ້າງເມືອງໃຫ້ເປັນຫົວໜ່ວຍເຂັ້ມແຂງ 1 ຮອບດ້ານ 5 ດ້ານ, 47 ຕົວຊີ້ບອກ, ສາມາດປະເມີນ ແລະ ຕີລາຄາຢ່າງລະອຽດຄົບຖ້ວນ, ຕາມແບບຟອມສ້າງເມືອງໃຫ້ເປັນຫົວໜ່ວຍຮອບດ້ານ 5 ດ້ານ ຂອງແຕ່ລະຕົວຊີ້ບອກໃນແຕ່ລະດ້ານ ຄື: ບັນລຸ 25 ຕົວຊີ້ບອກ ເທົ່າ 53,19%, ບໍ່ບັນລຸ 22 ຕົວຊີ້ບອກ ເທົ່າ 46,80% ພ້ອມນີ້ ແຕ່ລະພາກສ່ວນກໍ່ໄດ້ປະກອບຄໍາຄິດຄໍາເຫັນໃສ່ແບບຟອມດັ່ງກ່າວ ເພື່ອໃຫ້ຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ.

About admins14