ໄຊຈຳພອນ ເຜີຍແຜ່ມະຕິກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII

ໃນວັນທີ 11 ມີນາ 2021 ຢູ່ຫ້ອງປະຊຸມ ຫ້ອງວ່າການປົກຄອງເມືອງໄຊຈຳພອນ ແຂວງບໍລິຄຳໄຊ ຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ຈັດພິທີເຜີຍແຜ່ຜົນສຳເລັດຂອງກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII, ມະຕິກອງປະຊຸມຄົບຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ຄັ້ງທີ 2 ສະ ໄໝທີ VI ໂດຍການເປັນປະທານ ແລະ ເຜີຍແຜ່ໂດຍ ສະຫາຍ ທະນູວັນ ວົງມະນີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີເລຂາຄະນະບໍລິຫານງານຊາວໜຸ່ມເມືອງ, ຄະນະຊາວໜຸ່ມຮາກຖານ, ໜ່ວຍຮາກຖານອ້ອມຂ້າງເມືອງ ເຂົ້າຮ່ວມ.

ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວ ວຽກງານຊາວໜຸ່ມ – ເຍົາວະຊົນໃນໄລຍະຜ່ານມາ ແລະ ຮັບຮອງເອົາຄາດໝາຍສູ້ຊົນ, ທິດທາງແຜນການພັດທະນາຊາວໜຸ່ມ-ເຍົາວະຊົນແຕ່ປີ 2021-2025 ເຊິ່ງປະກອບມີ 11 ເນື້ອໃນທີ່ສໍາຄັນ, ກອງປະຊຸມໄດ້ຮັບຮອງເອົາບຸກຄະລາກອນ ຈໍານວນ 63 ສະຫາຍ, ຍິງ 7 ສະຫາຍ ແລະ ເປັນກຽດ ຮັບຟັງການໂອ້ລົມໃຫ້ທິດເຍືອງທາງຈາກ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ເຊິ່ງທ່ານ ໄດ້ເນັ້ນໜັກ ໃຫ້ຄະນະຊາວໜຸ່ມແຕ່ສູນກາງຮອດທ້ອງຖິ່ນ ຈົ່ງປົກປັກຮັກສາໝາກຜົນຂອງການປະຕິວັດ, ສືບທອດມູນເຊື້ອອັນດີງາມຂອງຊາດ, ສຶກສາອົບຮົມສະມາຊິກຊາວໜຸ່ມ-ເຍົາວະຊົນ ໃຫ້ມີຄຸນສົມບັດສິນທໍາປະຕິວັດ, ເປັນເຈົ້າການເຕົ້າໂຮມຄວາມສາມັກຄີ, ແຂ່ງຂັນກັນສ້າງຂະບວນການໃຫ້ຟົດຟື້ນຕໍ່ເນື່ອງ.

ທ່ານປະທານ ຍັງໄດ້ເຜີຍແຜ່ມະຕິກອງປະຊຸມ ຄົບຄະນະບໍລິຫານງານຊາວໜຸ່ມ ແຂວງບໍລິຄໍາໄຊ ຄັ້ງທີ 2 ສະໄໝ ທີ VI, ເຊິ່ງໄດ້ກໍານົດເອົາ 6 ໜ້າວຽກທີ່ສໍາຄັນນໍາໄປຈັດຕັ້ງຜັນຂະຫຍາຍໃນຂົງເຂດຄວາມຮັບຜິດຊອບຂອງຕົນ ໃຫ້ປະກົດຜົນເປັນຈິງ ພ້ອມກັນນັ້ນຍັງເນັ້ນໜັກໃຫ້ຄະນະຊາວໜຸ່ມເມືອງ, ຄະນະຊາວໜຸ່ມຮາກຖານ, ໜ່ວຍຮາກຖານ ຈົ່ງນໍາເອົາເນື້ອໃນຈິດໃຈກອງປະຊຸມ ຄັ້ງນີ້ໄປເຊື່ອມຊຶມໃຫ້ສະມາຊິກຂອງຕົນໄດ້ຮັບຮູ້ທົ່ວເຖິງ.

ຈາກນັ້ນຍັງໄດ້ຮັບຟັງການຜ່ານເອກະສານຂໍ້ແຂ່ງຂັນ 4 ບຸກ ແລະ ແນະນຳຂັ້ນຕອນ, ກວດກາປະເມີນຜົນ ການປະກອບບັນດາເອກະສານຕ່າງໆ ທີ່ກ່ຽວຂ້ອງເພື່ອສະເໜີຂໍການຢັ້ງຢືນ 4 ບຸກ ໃຫ້ຄະນະຊາວໜຸ່ມເມືອງ, ຮາກຖານ, ໜ່ວຍຮາກຖານ ນໍາໄປຈັດຕັ້ງປະຕິບັດ ເພື່ອຄວາມເປັນເອກະພາບ ແລະ ທັນເວລາທີ່ກຳນົດ.

ຕອນທ້າຍພິທີ ຄະນະຊາວໜຸ່ມແຂວງ ໄດ້ມອບເຄື່ອງຊ່ວຍເຫຼືອລວມ ມູນຄ່າ 4.000.000 ກີບ ໃຫ້ຄະນະຊາວໜຸ່ມເມືອງ ມີເຄື່ອງນຸ່ງຫົ່ມ, ເກືອ ແລະ ອຸປະກອນການສຶກສາ.

About admins14