ໄຊຈຳພອນ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ປະຈຳເດືອນ ພຶດສະພາ 2022

ໃນຕອນເຊົ້າຂອງວັນທີ 14 ມິຖຸນາ 2022 ຢູ່ສະໂມສອນ ຫ້ອງວ່າການເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ກໍ່ສ້າງຮາກຖານການເມືອງ ປະຈຳເດືອນ ພຶດສະພາ 2022 ແລະ ຊີ້ນຳການລົງຮາກຖານການເມືອງປະຈຳເດືອນ ມິຖຸນາ 2022 ຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ອຸດົມ ໄຊຍວນຕາ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກພັກ – ພະນັກງານ ພ້ອມທັງເປັນຜູ້ຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ ແລະ ພະນັກງານກໍ່ສ້າງຮາກຖານການເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຜ່ານບົດສະຫຼຸບລາຍງານການຈັດປະຕິບັດວຽກງານ ກໍ່ສ້າງຮາກຖານການເມືອງ ປະຈຳເດືອນພຶດສະພາ ວ່າ: ໄດ້ເອົາໃຈໃສຄົ້ນຄວ້າເຊື່ອມຊືມກໍາເເໜ້ນ ມະຕິ 25/ ກມສພ ວ່າດ້ວຍທິດທາງ, ເປົ້າໝາຍ ແລະ ມາດຕະການ ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ, ຈັດຕັ້ງຜັນຂະຫຍາຍມະຕິຂອງຄະນະປະຈຳພັກເມືອງ ເລກທີ 009/ຄປພ.ມຊພ ວ່າດ້ວຍວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ຕິດພັນຕິດພັນກັບຂະບວນແຂ່ງຂັນແຫ່ງຊາດ ແລະ ພັດທະນາປະຈຳປີ 2022.

ການເຄື່ອນໄຫວຂອງພະນັກງານກໍ່ສ້າງຮາກຖານການເມືອງ ມີທັງໝົດ 16 ສະຫາຍ, ຍິງ 1 ສະຫາຍ, ໄດ້ແບ່ງອອກເປັນ 5 ຈຸ ແຕ່ລະຈຸຮັບຜິດຊອບ 3 ບ້ານ, ສຳລັບກຸ່ມບ້ານໂພນສີ ແມ່ນຮັບຜິດຊອບ 5 ບ້ານ, ໄດ້ຕີລາຄາລວມໃນການຈັດຕັ້ງປະຕິບັດຂອງແຕ່ລະຈຸຂອງຕົນເອງຮັບຜິດຊອບ.

ຜູ້ເຂົ້າຮ່ວມ ໄດ້ນຳເອົາຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຂອງແຕ່ລະບ້ານ ມານຳສະເໜີ ເພື່ອຄົ້ນຄວ້າປຶກສາຫາລືແກ້ໄຂ ໃຫ້ສອດຄອ່ງກັບການລົງປະຕິບັດໃນຂັ້ນຕໍ່ໆໄປ, ພ້ອມນັ້ນ ຍັງໄດ້ນຳເອົາຂໍ້ສະເໜີຂອງປະຊາຊົນ ທີ່ສະເໜີພະນັກງານຮາກຖານການເມືອງ ເພື່ອສະເໜີຕໍ່ຂັ້ນເທີງ ເຊັ່ນ: ບ້ານໂພນໝັ້ນ 1 ຄອບຄົວ ສະເໜີຂໍທໍ່ນ້ຳເພື່ອຕໍ່ນ້ຳມາໃສ່ນາ ຈຳນວນ 500 ແມັດ ແລະ ບ້ານນ້ຳອ້ອນ ສະເໜີຂໍໂທລະໂຄ່ງ, ບ້ານສົບເຕີງ ສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງ ລົງປັບປຸງສ້າງຄວາມເຂັ້ມແຂງໃຫ້ ປກສ ບ້ານ ແລະ ໃຫ້ເມືອງລົງຈັດສັນທີ່ຢູ່ໃຫ້ຄອບຄົວທະຫານຊາຍແດນ ຄໍ 252 ຈໍານວນ 12 ຄອບຄົວ ທີ່ຂື້ນກັບບ້ານສົບເຕີງ ແລະ ກຸ່ມບ້ານເມືອງຈຳ ໄດ້ສະເໜີ 3 ຫົວຂໍ້ ຄື: ຂໍກະຕ່າຫີນ 4 ອັນ ແລະ ເຫຼັກຕະປູ 6 ກິໂລ ເພື່ອເອົາໄປສ້າງຂົວນ້ຳກະມຸດ, ສະເໜີໃຫ້ຂັ້ນເທີງລົງແກ້ໄຂຂໍ້ຂັດແຫຍ່ງລະຫວ່າງປະຊາຊົນ ແລະ ບໍລິສັດຊາພັນປີ ແລະ ປະຊາຊົນບ້ານສົບຂອນ ຂໍບຸກເບິກເນື້ອທີ່ນາຢູ່ ນ້ຳຮຸງ ແລະ ນ້ຳຕັນ.

ໃນຕອນທ້າຍກອງປະຊຸມ ທ່ານປະທານ ໄດ້ມີຄຳເຫັນຊີ້ນຳບັນດາໜ້າວຽກ ແລະ ແຜນການລົງຮາກຖານການເມືອງປະຈຳເດືອນມິຖຸນາ 2022 ໂດຍທ່ານໄດ້ມອບທຸກການສະເໜີຂອງປະຊາຊົນ ໃຫ້ກັບພະນັກງານກໍ່ສ້າງຮາກຖານການເມືອງແຕ່ລະເຂດ ແກ້ໄຂໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງແຕ່ລະວຽກງານ ໃຫ້ມັນສອດຄ່ອງກັບຄວາມເປັນຈິງ ແລະ ທ່ານ ຍັງໄດ້ເນັ້ນໜັກ ໃຫ້ຖືເປັນສຳຄັນແນວຄິດຂອງປະຊາຊົນ ໂດຍເຮັດທຸກວິທີທາງເພື່ອໃຫ້ປະຊາຊົນມີຄວາມເອກພາບຕໍ່ແນວທາງຂອງພັກ, ລະບຽບກົດໝາຍຂອງລັດ.

About admin11