ໄຊຈຳພອນ ສະຫຼຸບວຽກງານກວດກາລາດຕະເວນ ເຂດອະນຸລັກ ພູສີທົນ

ໃນຕອນເຊົ້າຂອງວັນທີ 8 ກຸມພາ 2022  ຢູ່ທີ່ຫ້ອງປະຊຸມຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມ ສະຫຼຸບວຽກງານການກວດກາລາດຕະເວນເຂດອະນຸລັກພັນສັດປ່າທີ່ຫາຍາກ ແລະ ໃກ້ຈະສູນພັນ ພູສີທົນ ປະຈຳປີ 2021 ໂດຍເປັນປະທານຂອງທ່ານ ກອງສີ ໄຊຍະວົງ ຮອງເຈົ້າເມືອງໄຊຈຳພອນ ມີທ່ານ ສົມຊາຍ ຈະເລີນສັກ ຫົວໜ້າກອງຄຸ້ມຄອງປ່າສະຫງວນແຫ່ງຊາດ ປະຈຳແຂວງບໍລິຄຳໄຊ, ມີໂຄງການ ຄຸ້ມຄອງລະບົບນິເວດວິທະຍາ ແລະ ສັດປ່າແບບປະສົມປະສານ (IEWMP), ພາກສ່ວນກົມກອງຫ້ອງການທີ່ກ່ຽວຂ້ອງ,  ນາຍບ້ານພ້ອມຫົວໜ້າທີມງານລາດຕະເວນປ່າພູສີທົນປະຈໍາ 05 ບ້ານຄື: ບ້ານໂພນສີ, ບ້ານໂພນງາມ, ບ້ານສົບຂອນ, ບ້ານກວັ່ງ ແລະ ບ້ານຄຳກູນາ ເຂົ້າຮ່ວມ.

ການປົກປັກຮັກສາຂອບເຂດຂອງພູສີທົນ ກໍ່ເພື່ອປ້ອງກັນໄພຂົ່ມຂູ່ ທີ່ເກີດຂື້ນຢູ່ໃນຂອບເຂດປ່າສະຫງວນ ເຊັ່ນ: ການລັກລອບລ່າສັດ, ຕັດໄມ້ທຳລາຍປ່າ, ເກັບເຄື່ອງປ່າຂອງດົງທີ່ຫວງຫ້າມ, ຖາງປ່າແບບຊະຊາຍ ແລະ ອື່ນໆ, ຈຸດປະສົງ ກໍ່ເພື່ອອະນຸລັກຮັກສາຊັບພະຍາກອນ ທຳມະຊາດ ໃຫ້ຍືນຍົງຄຽງຄູ່ກັບປະຊາຊົນຕະຫຼອດໄປ.

ນອກຈາກການປົກປ້ອງສັດນ້ຳ, ສັດປ່າທີ່ມີຄວາມສຳຄັນຕໍ່ລະບົບນິເວດວິທະຍາ ໃຫ້ມີຄວາມອຸດົມສົມບູນ ໄປດ້ວຍຊີວະນາໆພັນ, ຂັ້ນຕອນຂອງການປະຕິບັດໜ້າທີ່ວຽກງານ ແມ່ນມອບໃຫ້ຕົວແທນຂອງແຕ່ລະບ້ານທີ່ມີຂອບເຂດຕິດກັບພູສີທົນ ໂດຍສະເພາະການປະສານງານລະຫວ່າງບ້ານ ກັບ ເມືອງ ແລະ ໂຄງການ ເພື່ອເຮັດໃຫ້ການຕິດຕາມກວດກາລາດຕະເວນ, ການເຂົ້າອອກຂອງປະຊາຊົນ ແຕ່ລະຈຸດກວດກາຕ່າງໆ ເພື່ອປ້ອງກັນການລັກລອບ ຂົນສັດປ່າ, ອາວຸດລ່າສັດ, ເຄື່ອງປ່າຂອງດົງແບບບໍ່ຖືກຕ້ອງ ສະກັດກັ້ນ ບໍ່ໃຫ້ສິ່ງເຫລົ່ານີ້ເກີດຂື້ນໄດ້.

ກອງປະຊຸມ ຍັງໄດ້ຮ່ວມກັນສົນທະນາ ຄຳສະເໜີຂອງບ້ານ ກ່ຽວກັບການຂໍຂະຫຍາຍພື້ນທີ່ ເຂດຄຸ້ມຄອງນຳໃຊ້ຂອງບ້ານ ໂພນງາມ ລຽບຕາມເສັ້ນທາງລົດ ຂື້ນໄປ 400 ແມັດເພື່ອທຳການຜະລິດປູກຝັງ ພ້ອມທັງແກ້ໄຂບັນດາຄອບຄົວເຮັດນາຢູ່ຫ້ວຍກັນເຂດບ້ານໂພນສີ ເພື່ອລົງກຳນົດຂອບເຂດລະອຽດ ແລະ ຍັງໄດ້ປະກອບຄຳຄິດຄຳເຫັນ ໃສ່ຮ່າງບົດລາຍງານ ເພື່ອໃຫ້ມີເນື້ອໃນທີ່ຄົບຖ້ວນ ແລະ ສົມບູນ.

ໃນຕອນທ້າຍ ກໍ່ໄດ້ມີການຈູດທຳລາຍອາວຸດລ່າສັດ ປະເພດ ປືນລ່າເນື້ອ 22 ກະບອກ, ກັບດັກສັດ ປະເພດສາຍແຫ້ວ 50 ອັນ ທີ່ຢຶດໄດ້ຈາກຄົນທີ່ບໍ່ຫວັງດີ ເຂົ້າລັກລອບລ່າສັດ, ກັບດັກສັດຢູ່ປ່າສະຫງວນພູສີທົນ ເພື່ອເອົາມາຂາຍຫາຜົນປະໂຫຍດສ່ວນຕົວ.

 

 

About admin11