ໄຊຈຳພອນ ປາຖະກະຖາ  2 ວັນສຳຄັນທາງປະຫວັດສາດ

ຕອນເຊົ້າຂອງວັນທີ 5 ເມສາ 2022 ຢູ່ສະໂມສອນຫ້ອງວ່າການເມືອງໄຊຈໍາພອນ ແຂວງບໍລິຄຳໄຊ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 61 ປີ ແລະ ຊົມເຊີຍວັນສ້າງຕັ້ງ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ ໂດຍໃຫ້ກຽດເຊື່ອມຊຶມເອກະສານຂອງທ່ານ ໂກ່ ໄຊສົມບັດ ກຳມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງໄຊຈຳພອນ,  ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫ້ອງການ, ນາຍ ແລະ ພົນຕຳຫຼວດພ້ອມດ້ວຍພະນັກງານລັດຖະກອນອ້ອມຂ້າງເມືອງ ແລະ ນ້ອງນັກຮຽນຜູ້ທີ່ເປັນສະມາຊິກຊາວໜຸ່ມເຂົ້າຮ່ວມ

        ທ່ານ ໂກ່ ໄຊສົມບັດ ໄດ້ເລົ່າເຖີງປະຫວັດແຫ່ງການກໍາເນີດ ແລະ ເຕີບໃຫ່ຍຂະຫຍາຍຕົວຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນແຕ່ລະໄລຍະ ເລີ່ມແຕ່ ປີ1961 ຮອດປັດຈຸບັນ ເຊີ່ງໂດຍລວມ ແມ່ນໃຫ້ຮູ້ຄວາມໝາຍຄວາມສຳຄັນຂອງການສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ 61 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ເຊິ່ງນັບແຕ່ໄລຍະການຕໍ່ສູ້ປົດປ່ອຍປະເທດຊາດ, ພາລະກິດປົກປັກຮັກສາ, ສ້າງສາປະເທດຊາດ.

ທ່ານຍັງໄດ້ເວົ້າເຖິງຜົນງານ ກອງບັນຊາການ ປກສ ເມືອງໄຊຈຳພອນ ໄລຍະ 1 ປີ ຜ່ານມາໄດ້ມີຄະດີເກີດຂື້ນທັງຫມົດ 09 ເລື່ອງ ກັກໂຕຜູ້ກະທໍາຜິດໄດ້ 10 ຄົນ ແກ້ໄຂແລ້ວ 02 ເລື່ອງ ປ່ອຍຕົວຜູ້ຕ້ອງຫາ 02 ຄົນ ສົ່ງ ຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງ ດໍາເນີນຄະດີ 03 ຄົນ, ຄະດີອຸປະຕິເຫດເກີດຂື້ນ 04 ຄັ້ງ ມີຄົນເສຍຊີວິດ 02 ຄົນ ມີພາຫານະເປ່ເພ 02 ຄັນ ມີ ອັກຄີໄພເກີດຂື້ນ 02 ຄັ້ງ ໄຟໄຫມ້ເຮືອນປະຊາຊົນ 02 ຫຼັງ ມີມູນຄ່າເສຍຫາຍປະມານ 55.000.000 ກີບ ( ຫ້າສິບ ຫ້າລ້ານກີບ ).

ໄດ້ຈັດຕັ້ງປະຕິບັດວຽກງານວາລະແຫ່ງຊາດ ເພື່ອແກ້ໄຂບັນຫາຢາເສບຕິດຢູ່ພາຍໃນເມືອງໄຊຈໍາພອນໄດ້ຈໍານວນ 03 ກຸ່ມບ້ານ ຄື: ກຸ່ມໂພນສີ ຈໍານວນເປົ້າໝາຍພົວພັນຢາເສບຕິດທັງຫມົດ 127 ຄົນ, ຍີງ 02 ຄົນ, ເສບຢາຝິ່ນ 09 ຄົນ, ຍີງ 0 ຄົນ, ກຸ່ມເມືອງຈຳ 69ຄົນ, ຍິງ 1 ຄົນ ແລະ ກຸ່ມນາແຈງ 177 ຄົນ, ຍິງ03ຄົນ, ໄດ້ລົງເຄື່ອນໄຫວທຳລາຍການປູກຢາເສບຕິດ ປະເພດກັນຊາ ໄດ້ 02 ຄັ້ງ ມີ 56 ສວນ, ມີເນື້ອ ທີ່ທັງຫມົດ 30,05ເຮັກຕ່າ, ມີຈໍານວນຂຸມ 75.000 ຂຸມ ມີ 225.000 ຕົ້ນ, 1 ປີຜ່ານມາ ໄດ້ສະເໜີ ເລື່ອນຊັ້ນໃຫ້ພະນັກງານ 4 ຄັ້ງ ມີ 19 ສະຫາຍ.

ໃນພິທີ ຍັງໄດ້ເຜີຍແຜ່ເຊື່ອມຊຶມ ວັນສ້າງຕັ້ງ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ, ໂດຍໄດ້ເລົ່າເຖີງມູນ​ເຊື້ອທີ່​ອົງອາດ​ກ້າຫານ ​ແລະ ມີ​ປະຫວັດອັນ​ຍາວ​ນານ​ໃນ​ການ​ເຕົ້າ​​ໂຮມ​ຄວາມ​ສາມັກຄີ ຕໍ່ສູ້​ບໍ່ຍອມ​ຈຳນົນ ຂອງບັນພະ​ບູລຸດຜູ້​ກ້າຫານ  ​ນັກຮົບ​ຜູ້​ອົງອາດ​ ​ເປັນ​ສັນຍາ​ລັກ​ແຫ່ງ​ການ​ຕໍ່ສູ້​ທີ່​ເດັດດ່ຽວໜຽວ​ແໜ້ນ ພາຍ​ໃຕ້​ຮົ່ມ​ທຸງ​ຂອງ​ພັກປະຊາຊົນລາວ ຊາວໜຸ່ມ​ໃນ​ອາ​ດີດກໍ່​ຄື​ຊາວໜຸ່ມ​ໃນ​ປັດຈຸບັນ ​ແມ່ນ​​ໄດ້ສືບຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ ອັນ​ພິລະ​ອາດ​ຫານ ຈັດ​ຕັ້ງ​ຜັນ​ຂະຫຍາຍ​ມະຕິ​ຂອງ​ພັກ ​ໂດຍ​ສະ​ເພາະ​ກໍ່​ແມ່ນ 4 ບຸກທະລຸ​ຂອງ​ພັກ ​ມາ​ເປັນ​ເນື້ອ​ໃນ​ຂໍ້​ແຂ່ງຂັນ 4 ບຸກ ຂອງ​ຊາວໜຸ່ມລາວ ຕິດ​ພັນ​ກັບ​ມະຕິ 4 ສ້າງ ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ​ເຫັນ​ວ່າວຽກງານ​ຊາວໜຸ່ມ-​ເຍົາວະ​ຊົນ ມີ​ທ່ວງທ່າ​ກ້າວ​ຂຶ້ນສົມ​ກັບ​ນາມມະຍົດທີ່ ທ່ານ ອາ​ດີດ ​ປະທານ ​ໄກສອນ ພົມວິຫານ ​ໄດ້​ໃຫ້​ນາມ​ວ່າ: “ ຊາວໜຸ່ມຈົ່ງ​ກາຍເປັນ​ດັ່ງ​ນົກ​ອິນ​ຊີ ທີ່​ບໍ່ຫວັ່ນກົວ​ຕໍ່ພາຍຸ​ລົມ​ແດງ ຈົ່ງ​​ເປັນ​ສິນ​ໄຊ​ຂອງ​ຍຸກ​ສະ​ໄໝພວກ​ເຮົາ ”.

About admin11