ໄຊຈຳພອນ ປະຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ

ວັນທີ 26 ມັງກອນ 2023 ຢູ່ສະໂມສອນຫ້ອງວ່າການເມືອງໄຊຈໍາພອນ ແຂວງບໍລິຄໍາໄຊ ໄດ້ຈັດຕັ້ງພິທີປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ( 20 ມັງກອນ 1949 – 20 ມັງກອນ 2023 ) ໃຫ້ກຽດປາຖະກະຖາໂດຍທ່ານ ອຸດົມ ໄຊຍວນຕາ ຮອງເລຂາພັກເມືອງ, ມີການນຳຂັ້ນເມືອງ ແລະ ພະນັກງານລັດຖະກອນ ເຂົ້າຮ່ວມ.

ທ່ານ ອຸດົມ ໄຊຍວນຕາ ໄດ້ຍົກໃຫ້ເຫັນການເຕີບໃຫຍ່ ຂອງກອງທັບປະຊາຊົນລາວ ນັບແຕ່ວັນສ້າງຕັ້ງກອງທັບປະຊາຊົນລາວໃນວັນທີ 20 ມັງກອນ ປີ 1949 ທີ່ເຂດຕາແສງລາວຮຸ່ງ ເມືອງຊຽງຄໍ້ ແຂວງຫົວພັນເປັນຕົ້ນມາ ວ່າ: ກອງທັບຂອງພວກເຮົາໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະມີຄວາມເຂັ້ມແຂງຂື້ນເລື້ອຍໆ ທັງປະເຊີນໜ້າກັບສັດຕູອັນຮ້າຍກາດ ທີ່ເຂົ້າມາຮຸກຮານປະເທດລາວບໍ່ວ່າຈັກເທົ່າໃດຄັ້ງ ແຕ່ກອງທັບປະຊາຊົນລາວກໍ່ເດັດດ່ຽວ, ໜຽວແໜ້ນ ມີຄວາມສາມັກຄີກັນ ເພື່ອຕໍ່ສູ້ກັບສັດຕູຢ່າງເຂັ້ມແຂງ ສູ້ຮົບມີໄຊ, ຍິ່ງຕິຍິ່ງເຕີບໃຫຍ່ເຂັ້ມແຂງ ແລະ ໄດ້ຮັບໄຊຊະນະ ຈົນສາມາດປົດປ່ອຍປະເທດຊາດຢ່າງສົມບູນ ສາມາດສະຖາປານາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂື້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 02 ທັນວາ 1975, ຕະຫຼອດໄລຍະ 74 ປີ ກອງທັບປະຊາຊົນລາວກໍ່ໄດ້ຮັບການປັບປຸງກໍ່ສ້າງ ເຮັດໃຫ້ສຳເລັດໜ້າທີ່ອັນໜັກໜ່ວງ ຢ່າງມີກຽດສະຫງ່າ.

ຕາມພາລະກິດ ທີ່ປະເທດຊາດ ແລະ ປະຊາຊົນມອບໝາຍໃຫ້ ບັນດາພະນັກງານ – ນັກຮົບ, ນາຍ ແລະ ພົນທະຫານ ໃນທົ່ວປະເທດ ໄດ້ອອກແຮງເສີມຂະຫຍາຍທາດແທ້, ມູນເຊື້ອຂອງຊາດ, ຂອງກອງທັບ ເດັດດ່ຽວປະຕິບັດຕາມແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ມີຫຼັກການຂອງພັກ, ເສີມຂະຫຍາຍບົດບາດກຳລັງຫຼັກແຫຼ່ງແກ່ນສານ ໃນການປະຕິບັດ 02 ໜ້າທີຍຸດທະສາດ ໃນໄລຍະໃໝ່ວາງອອກ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ທ່ານປະທານ ຍັງໄດ້ເນັ້ນໃຫ້ພະນັກງານ – ນັກຮົບ, ນາຍ ແລະ ພົນທະຫານ, ພະນັກງານລັດຖະກອນທຸກຂະແໜງການໃນທົ່ວເມືອງ ຈົ່ງເຊີດຊູຄວາມຮັບຜິດຊອບຂອງຕົນຕາມໜ້າວຽກງານທີ່ໄດ້ມອບໝາຍ ຈົ່ງພ້ອມກັນແກ້ໄຂບັນດາປະກົດການຫຍໍ້ທໍ້ທີ່ເກີດຂື້ນພາຍໃນເມືອງ ໃຫ້ຫຼຸດໜ້ອຍຖອຍລົງເລື້ອຍໆ.

About admins16