ໄຊຈຳພອນ ຈັດກອງປະຊຸມ ວຽກງານໂພຊະນາການ ໃນຊຸມຊົນ

ຕອນເຊົ້າຂອງວັນທີ 19 ກໍລະກົດ 2022 ຢູ່ສະໂມສອນຫ້ອງວ່າການເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມປະຈຳປີ ເພື່ອລາຍງານຄວາມຄືບໜ້າ ແລະ ແຜນການຈັດຕັ້ງປະຕິບັດ ກິດຈະກຳໂຄງການໃນຕໍ່ໜ້າ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ກອງສີ ໄຊຍະວົງ ຮອງເຈົ້າເມືອງໄຊຈຳພອນ ແລະ ທ່ານ ດຣ. ນາງ ດວງຕາ ເລືອງມີໄລ ຄະນະພະແນກສາທາລະນະສຸກແຂວງ, ມີຫົວໜ້າຫ້ອງການສາທາເມືອງ, ຫົວໜ້າແຜນງານສຸຂະພາບໂພຊະນາການ, ອົງການແຄລີຕັດ, ມີພະນັກງານຈາກພະແນກສາທາລະນະສຸກແຂວງ, ຫ້ອງວ່າການແຂວງ, ພະແນກການຕ່າງປະເທດແຂວງ, ສະມາຄົມຊ່ວຍເຫຼືອຟື້ນຟູຄຸນນະພາບຊີວິດ, ສະມາຄົມເຄື່ອຄ່າຍຜູ້ຕິດເຊື້ອເອດ, ສະມາຄົມເອມີ, ຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງ ແລະ ຕົວແທນມາຈາກ 17 ບ້ານ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງການລາຍງານຄວາມຄືບໜ້າການເຄື່ອນໄຫວຂອງໂຄງການ ໃນໄລຍະຜ່ານມາ ຈາກຫ້ອງການສາທາລະນະສຸກເມືອງ ແລະ ທັງ 03 ສະມາຄົມ ເຊີ່ງແຕ່ລະສະມາຄົມ ໄດ້ຍົກໃຫ້ເຫັນຜົນສຳເລັດຂອງການຈັດຕັ້ງປະຕິບັດ ກິດຈະກຳໃນໄລຍະຜ່ານມາ ເປັນຕົ້ນແມ່ນການສ້າງຕັ້ງກຸ່ມແມ່ຍິງຂັ້ນບ້ານ, ການເຂົ້າຮ່ວມໃນການຝຶກອົບຮົມ ໃນຫົວຂໍ້ດ້ານໂພຊະນາການ.

ຜູ້ເຂົ້າຮ່ວມ ໄດ້ມີການສົນທະນາ ແລກປ່ຽນຖອດຖອນບົດຮຽນ ແລະ ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ເພື່ອສົ່ງຕໍ່ຄວາມຮູ້ໃຫ້ແກ່ກຸ່ມແມ່ຍິງ ພາຍໃນບ້ານຂອງຕົນເອງ, ພ້ອມດຽວກັນນັ້ນ ຍັງໄດ້ສະເໜີທິດທາງແຜນການ ຈະເຄື່ອນໄຫວໃນຕໍ່ໜ້າ ເພື່ອເຮັດໃຫ້ເກີດການປ່ຽນແປງ ທາງດ້ານຈິດສຳນຶກກ່ຽວກັບວຽກໂພຊະນາການ ເຮັດໃຫ້ອັດຕາການຂາດສານອາຫານ ຢູ່ໃນຊຸມຊົນໃຫ້ນັບມື້ລຸດລົງ.

ທ່ານ ກອງສີ ໄຊຍະວົງ ໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ກ່ຽວກັບວຽກງານໂພຊະນາການ ແລະ ທ່ານກໍ່ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມນຳເອົາບົດຮຽນທີ່ຖອດຖອນໄດ້ນຳໄປຈັດຕັ້ງຜັນຂະຫຍາຍ ຢູ່ໃນຂອບເຂດທີ່ຕົນຮັບຜິດຊອບໃຫ້ເກີດດອກອອກຜົນ ຢູ່ໃນຊຸມຊົນເຂດທ້ອງຖີ່ນ ເພື່ອເຮັດໃຫ້ອັດຕາການຂາດສານອາຫານຂອງສະມາຊິກໃນຊຸມຊົນ ໃຫ້ຄ່ອຍໆລຸດໜ້ອຍຖ້ອຍລົງເທື່ອລະກ້າວ.

About admins16