ໄຊຈຳພອນ ຈັດກອງປະຊຸມ ປຶກສາຫາລື ການກະກຽມງານສະເຫຼີມຫຼອງ ວັນຊາດ ທີ 2 ທັນວາ ຄອບ 45 ປີ

         ໃນວັນທີ 24 ພະຈິກ 2020 ຢູທີ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມກະກຽມການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ( 2 ທັນວາ 1975 – 2 ທັນວາ 2020 )ໃຫ້ກາຍເປັນຂະບວນການກ້ວາງຂວາງ, ຟົດຟື້ນ ແລະ ຍັງເປັນວັນສໍາຄັນທາງປະຫວັດສາດຂອງຊາດລາວ ໂດຍໃຫ້ກຽດເປັນປະທານ ຂອງທ່ານ ອຸດົມ ໄຊຍວນຕາ ຮອງເລຂາພັກເມືອງ, ມີຫົວໜ້າກອງບັນຊາການ ປກຊ-ປກສ, ບັນດາຫົວໜ້າຫ້ອງການອ້ອມຂ້າງເທດສະບານເມືອງ ເຂົ້າຮ່ວມ.

            ທ່ານ ຈັນໂທ ວົງສະຫວັນ ຫົວໜ້າຫ້ອງວ່າການ ໄດ້ຂື້ນຜ່ານຂໍ້ຕົກຂອງທ່ານເຈົ້າເມືອງ ເລກທີ 286/ຊຈພ, ລົງວັນ 19 ພະຈິກ 2020 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມ ແລະ ອະນຸກໍາມະການ ສະເຫຼີມສະຫຼອງວັນຊາດ ຄົບຮອບ 45 ປີ ເພື່ອໃຫ້ມີຄວາມສະຫງົບປອດໄພຢ່າງຮອບດ້ານ, ພ້ອມຍັງໄດ້ຍົກບັນຫາຕ່າງໆຂື້ນມາປຶກສາຫາລືຮ່ວມກັນ ເປັນຕົ້ນ ການສ້າງຂະບວນການອອກແຮງງານ, ສີນລະປະ ເຮັດໃຫ້ມີສີສັນຈົບງາມ ມີຄວາມໝາຍສຳຄັນ, ຂະບວນການກິລາ ແມ່ນຈະໄດ້ຈັດກິດຈະກຳຍ່າງມາລາທອນ ແລະ ຊອກສະຖານທີ່ສ້າງຕະຫຼາດວາງສະແດງ – ຂາຍສີນຄ້າຢູ່ທີ່ບ້ານໂພນສີ.

ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານ ໄດ້ໂອ້ລົມ ແລະ ເນັ້ນໃຫ້ບັນດາທ່ານພະນັງານຫລັກແຫລ່ງ, ບັນດາອະນຸກຳມະການ ຈົ່ງເອົາໃຈໃສ່ໃນການປະຕິບັດໜ້າທີ່ວຽກງານຂອງຕົນ ເຮັດໃຫ້ສຳເລັດຜົນ ແລະ ຈົ່ງມີສະຕິສູງຕໍ່ກົນອຸບາຍການຫັນປ່ຽນໂດຍສັນຕິຂອງສັດຕູ ຫຼື ກຸ່ມຄົນບໍ່ຫວັງດີ ທີ່ຫວັງມ້າງເພທຳລາຍລະບອບໃໝ່ຂອງພວກເຮົາ ເຮັດທຸກສີ່ງທຸກຢ່າງ ເພື່ອໃຫ້ງານສະເຫລີມສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ ນີ້ ດຳເນີນໄປດ້ວຍຜົນສຳເລັດອັນຈົບງາມ.

About admin11