ໄຊຈຳພອນ ກະກຽມການປະເມີນຜົນການຈັດຕັ້ງປະຕິບັດວຽກງານ ພະນັກງານ – ລັດຖະກອນ ປະຈຳປີ

 
ໃນວັນ 06 ພະຈິກ 2020 ຢູ່ທີ່ຫ້ອງປະຊຸມຊັ້ນສອງ ຫ້ອງວ່າການເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມຄົ້ນຄ້ວາປຶກສາຫາລື ວຽກງານການປະເມີນຜົນການຈັດຕັ້ງປະຕິບັດວຽກງານ ພະນັກງານ – ລັດຖະກອນ ປະຈຳປີ 2020 ໂດຍການເປັນປະທານຂອງທ່ານ ສ້ອຍມະນີ ຈັນເນັ່ງປາວ ປະທານກວດກາພັກ, ຫົວໜ້າຫ້ອງການອົງການກວດກາລັດເມືອງ, ມີຫົວໜ້າຫ້ອງການ, ຄະນະຫ້ອງການ ພ້ອມດ້ວຍພະນັກງານຜູ້ຮັບຜິດຊອບວຽກງານການຈັດຕັ້ງ-ພະນັກງານ ເຂົ້າຮ່ວມ.


ກອງປະຊຸມ ໄດ້ເຜີຍແຜ່ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 300/ລຊ, ລົງວັນທີ 13 ກຸມພາ 2017 ວ່າດ້ວຍການປະເມີນຜົນການຈັດຕັ້ງປະຕິບັດວຽກງານ ພະນັກງານ – ລັດຖະກອນ ທັງນີ້ ກໍ່ເພື່ອໃຫ້ຜູ້ເຮັດວຽກຄຸ້ມຄອງພະນັກງານ ໄດ້ຮັບຮູ້, ເຂົ້າໃຈແຈ້ງ ແລະ ຂັ້ນຕອນຂອງການດຳເນີນການປະເມີນລັດຖະກອນ ທີ່ຕ້ອງໄດ້ເຮັດຢ່າງເປັນປົກກະຕິ ໃນແຕ່ລະປີ ນັບແຕ່ສູນກາງ ລົງຮອດທ້ອງຖີ່ນ.

ຈຸດປະສົງ ເພື່ອກຳນົດຫຼັກການ ແລະ ລະບຽບການ ກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ເພື່ອເຮັດໃຫ້ວຽກດັ່ງກ່າວ ດຳເນີນຢ່າງເປັນລະບົບ, ຖືກຕ້ອງ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ ຮັບປະກັນຄວາມເປັນເອກະພາບ, ໂປ່ງໃສ່ ແລະ ຖືກຕ້ອງກັບສະພາບຄວາມເປັນຈິງ ແນໃສ່ເຮັດໃຫ້ວຽກງານປະເມີນຜົນ ແລະ ຄຸ້ມຄອງຜົນການຈັດຕັ້ງວຽກງານ ຂອງພະນັກງານ-ລັດຖະກອນ ທີ່ສັງກັດອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແຕ່ຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

About admin11