ໂຮງໝໍແຂວງບໍລິຄຳໄຊ 2021 ໄດ້ໃຫ້ບໍລິການ ຄົນເຈັບກວດເຂດນອກ ຫຼາຍກວ່າ 35 ພັນຄົນ ແລະ ນອນໂຮງໝໍ 11 ພັນກວ່າຄົນ

ພິທີສະຫຼຸບຜົນງານ ປີ 2021 ແລະ ທິດທາງແຜນການປີ 2022 ຂອງໂຮງໝໍ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 31 ທັນວາ 2021 ຢູ່ຫ້ອງປະຊຸມຂອງຕົນ, ເປັນປະທານໂດຍ ທ່ານ ດຣ ບຸນຍັງ ພົມມະຈັນ ອຳນວຍການໂຮງໝໍແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ດຣ ສອນໄຊ ປັນຍານຸວົງ ຫົວໜ້າພະແນກສາທາລະນະສຸກແຂວງບໍລິຄຳໄຊ ມີຄະນະໂຮງໝໍແຂວງ, ພະນັກງານແພດ-ໝໍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີໄດ້ຮັບຟັງການສະຫຼຸບລາຍງານ ການຈັດຕັ້ງປະຕິບັດບັນດາວຽກງານທີ່ຜ່ານມາ ເຫັນວ່າມີຫຼາຍວຽກງານໄດ້ຮັດຄວາມເອົາໃຈໃສ, ຖືກຈັດຕັ້ງປະຕິບັດດ້ວຍຜົນສໍາເລັດ ແລະ ມີປະສິດທິຜົນສູງ ເປັນຕົ້ນແມ່ນໄດ້ໃຫ້ບໍລິການຄົນເຈັບເຂດນອກ 35.777 ຄົນ, ຄົນເຈັບນອນໂຮງໝໍ 11.528 ຄົນ ເຊິ່ງພະຍາດຕົ້ນຕໍແມ່ນຮູຄໍອະມີດານອັກເສບ, ລະບົບລະລາຍ, ຄວາມດັນ, ພະຍາດແຂ້ວ, ເປັນຫວັດ-ໄຂ້ໄອ ແລະ ພະຍາດອື່ນໆ, ໃຫ້ບໍລິການຜ່າຕັດ 841 ຄັ້ງ, ກວດວິເຄາະ 21.653 ເທື່ອ.

ໄດ້ເອົາໃຈໃສ່ວຽກງານການສະກັດກັ້ນ ແລະ ປ້ອງກັນ ພະຍາດໂຄວິ-19 ໂດຍມີສະຖານທີ່ປິ່ນປົວ 3 ແຫ່ງ ຄື: ສູນດອກປີກໄກ່ແຂວງ ມີ 205 ຕຽງ, ສູນຫຼັກ 6 ມີ 21 ຕຽງ ແລະ ສູນຊາວໜຸ່ມ 32 ຕຽງ ແລະ ໄດ້ຈັດຕັ້ງປະຕິບັດຈັດສັນທີມງານແພດໝໍເຂົ້າປະຈຳແຕ່ລະສູນ, ໂຮງໝໍແຂວງ ບໍລິການໃຫ້ວັກຊີນຊີໂນຟ່າມ ເຂັມ 1 ແລະ ເຂັມ 2 ໄດ້ 12.574 ເຂັມ, ແອດສ໌ຕ່າຊີເນກ່າ 676 ເຂັມ, ລວມ 2 ຊະນິດ 13.250 ເຂັມ. ພ້ອມກັນນັ້ນ ຍັງໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກ 5 ດີ 1 ພໍໃຈ ໃຫ້ໄດ້ຄຸນນະພາບ, ລົງຊຸກຍູ້ຕິດຕາມວຽກບໍລິການຂອງໂຮງໝໍນ້ອຍ ແລະ ວຽກງານພະຍາບານຂອງໂຮງໝໍຊຸມຊົນ ຢ່າງຕໍ່ເນື່ອງ.

ຫຼັງຈາກນັ້ນ ກໍ່ໄດ້ມີການສະເໜີແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນຫຼາຍວຽກງານສໍາຄັນ ເພື່ອເປັນການສົ່ງເສີມຜົນງານດ້ານດີ ແລະ ນໍາເອົາບາງຂໍ້ຄົງຄ້າງ ໄປປັບປຸງແກ້ໄຂ ແລະ ພັດທະນາໃຫ້ດີຂຶ້ນໃນຕໍ່ໜ້າ.

ໂອກາດນີ້ ຍັງໄດ້ມີພິທີມອບໃບຍ້ອງຍໍຂອງທ່ານເຈົ້າແຂວງບໍລິຄຳໄຊ ໃຫ້ແກ່ພະນັກງານໂຮງໝໍແຂວງ 33 ທ່ານ ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວວຽກງານການເຝົ້າລະວັງ ແລະ ປິ່ນປົວພະຍາດໂຄວິດ-19 ໃຫ້ກຽດມອບໂດຍ ທ່ານ ດຣ ສອນໄຊ ປັນຍານຸວົງ ແລະ ຕາງໜ້າຮັບໂດຍ ທ່ານ ດຣ ບຸນຍັງ ພົມມະຈັນ.

About admins14