ໂຮງໝໍແຂວງບໍລິຄຳໄຊ ຊ່ວຍຍົກປະສິດທິພາບໂຮງໝໍທະຫານແຂວງ

ເພື່ອເປັນການປະກອບສ່ວນຊ່ວຍເຫຼືອ ແລະ ຍົກລະດັບການປິ່ນປົວ ໃຫ້ທັນສະໄໝ, ວ່ອງໄວ ແລະ ມີປະສິດທິພາບ ໃນວັນທີ 21 ສິງຫາ 2020 ໂຮງໝໍແຂວງບໍລິຄຳໄຊ ໄດ້ນຳເຄື່ອງສ່ອງໄຟຟ້າ ຍິຫໍ້ ຊິມາຊຸ ຈາກປະເທດຍີປຸນ ມູນຄ່າ 450 ລ້ານກ່ວາກີບ ມາມອບໃຫ້ໂຮງໝໍທະຫານແຂວງ ໃຫ້ກຽດມອບໂດຍ ທ່ານ ບຸນຍັງ ພົມມະຈັນ ອໍານວຍການໂຮງໝໍແຂວງ ແລະ ຮັບໂດຍ ທ່ານ ສີວອນ ແກ້ວມະນີ ອໍານວຍການໂຮງໝໍທະຫານແຂວງ ຊ້ອງໜ້າໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, ທ່ານ ພົຈ ຈວງຈັນ ລາດຊະວົງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີຄະນະອໍານວຍການ, ພະນັກງານໂຮງໝໍທັງ 2 ແຫ່ງ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພະຍານ.

ໂອກາດນີ້ທ່ານເຈົ້າແຂວງພ້ອມດ້ວຍຄະນະ ຍັງໄດ້ນໍາເອົາເຄື່ອງບໍລິໂພກຈໍານວນໜຶ່ງ ມາມອບໃຫ້ຄົນເຈັບ ເພື່ອເປັນການພົບປະຢ້ຽມຢາມ ແລະ ໃຫ້ກຳລັງໃຈ ຜູ້ທີ່ມາພັກປິ່ນປົວຢູ່ໂຮງໝໍແຫ່ງດັ່ງກ່າວ.

About admins14