ໂຮງໝໍຊຸມຊົນເມືອງວຽງທອງ ເປີດນຳໃຊ້ຫ້ອງຜ່າຕັດ

ໃນຕອນເຊົ້າວັນທີ 12 ມັງກອນ 2023 ຢູ່ທີ່ໂຮງໝໍຊຸມຊົນເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ມີການເປີດບໍລິການຫ້ອງຜ່າຕັດ ຫຼັງຈາກໄດ້ກໍ່ສ້າງສຳເລັດ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ພັອ ຄຳແພນ ວິລືທຳ ເຈົ້າເມືອງວຽງທອງ, ທ່ານ ດຣ ສອນໄຊ ປັນຍານຸວົງ ຫົວໜ້າພະແນກສາທາສະນາສຸກແຂວງ, ມີບັນດາການນຳເມືອງ, ທ່ານໝໍຊ່ຽວຊານ ຈາກໂຮງໝໍແຂວງ ແລະ ເມືອງ ເຂົ້າຮ່ວມ .

ໃນການເປີດນໍາໃຊ້ ແລະ ໃຫ້ບໍລິການຫ້ອງຜ່າຕັດຂອງໂຮງໝໍຊຸມຊົນເມືອງວຽງທອງ ເປັນຫ້ອງຜ່າຕັດໂຮງໝໍຊຸມຊົນ ເຊີ່ງສາມາດຜ່າຕັດພະຍາດຫຼາຍຢ່າງ ເປັນຕົ້ນແມ່ນ: ຜ່າຕັດເອົາລູກອອກ, ຜ່າຕັດກ້ອນເບົ້າ, ຜ່າຕັດໄສ້ຕິ່ງ, ຜ່າຕັດໜິ້ວຖົງບີ ແລະ ຜ່າຕັດພະພາດອື່ນໆອີກ ເຊີ່ງມີທີມງານແພດຊ່ຽວຊານຈາກໂຮງໝໍແຂວງ ມາປະຈຳສົມທົບກັບທີມງານແພດຈາກໂຮງໝໍຊຸມຊົນຂອງເມືອງ ຈະໄດ້ມີການບໍລິການນັບແຕ່ມື້ເປີດເປັນຕົ້ນໄປ.

About admins16