ໂຮງຮຽນ ປກສ ເລກ 4 ສອບເສັງ ມວຍວິຊາສະເພາະ

ຕອນເຊົ້າ ວັນທີ 05 ມີນາ 2021 ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 4 ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ຈັດພິທີ ສອບເສັງ ມວຍວິຊາສະເພາະ ໃຫ້ນັກຮຽນນາຍສິບຫຼັກສູດທົ່ວໄປ ຮຸ່ນທີ 9 ສົກປີ 2020 – 2021, ໂດຍການເປັນປະທານ ຂອງ ທ່ານ ພັນໂທ ເຄນພອນ ຄໍາພະໄຊ ເລຂາໜ່ວຍພັກຮາກຖານ ອໍານວຍການໂຮງຮຽນ ປກສ ຊັ້ນຕົ້ນ ເລກ 4, ມີຄະນະຄູຝືກທີ່ມາຈາກກອງບັນຊາການກອງພັນປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ, ມີພະນັກງານຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

ພາຍຫຼັງທ່ານປະທານໄດ້ມີຄໍາເຫັນ ແລະ ກ່າວເປີດພິທີສອບເສັງຢ່າງເປັນທາງການ ເຊີ່ງທ່ານໄດ້ກ່າວວ່າ: ກ່ອນລົງປະຕິບັດຕົວຈິງກ່ຽວພາກວິຊາມວຍວິຊາສະເພາະ ແມ່ນໄດ້ມີການຮຽນຮູ້ໃນພາກທິດສະດີມາແລ້ວ, ດັ່ງນັ້ນ ເພື່ອເປັນການປະຕິບັດພືດຕິກໍາຕົວຈິງ ໃຫ້ຖືກຕ້ອງສອດຄ່ອງກັບທິດສະດີທີ່ໄດ້ຮໍ່າຮຽນມາ, ດັ່ງນັ້ນຈື່ງໄດ້ມີການສອບເສັງພາກປະຕິບັດຕົວຈິງ ເພື່ອທົດສອບການຮັບຮູ້ຂອງນັກຮຽນແຕ່ລະສະຫາຍ.

ທ່ານ ພັນໂທ ເຄນພອນ ຄໍາພະໄຊ ໄດ້ໃຫ້ຮູ້ອິກວ່າ: ການຮໍ່າຮຽນມວຍວິຊາສະເພາະໃນຄັ້ງນີ້ແມ່ນກໍານົດເວລາຮຽນ 25 ວັນ, ໄດ້ດໍາເນີນມາແຕ່ວັນທີ 08 ກຸມພາ – 05 ມີນາ 2021, ໂດຍປະກອບມີຄູ-ອາຈານສິດສອນ 06 ສະຫາຍ, ນັກຮຽນທັງໝົດ 200 ກວ່າສະຫາຍ, ຍິງ 98 ສະຫາຍ, ການສອບເສັງເປັນຮູບແບບການກວດກາຕີລາຄາຄືນຜົນໄດ້ຮັບຂອງການສິດສອນ ແລະ ການຮໍ່າຮຽນ, ຜ່ານການສອບເສັງນັກຮຽນ ໄດ້ປະຕິບັດລະບຽບວິໃນຢ່າງເຂັ້ມງວດ, ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີຄວາມຕັ້ງໃຈກັບການສະແດງບັນດາໄມ້ມວຍຕ່າງໆຖືກຕ້ອງ ພ້ອມທັງກໍາແໜ້ນທາງດ້ານທິດສະດີ, ຫຼັກການ ແລະ ເນື້ອໃນບົດຮຽນທີ່ຄູ-ອາຈານຖ່າຍທອດໃຫ້ແຕ່ລະຈັງຫວະ, ທຸກທ່າທາງ ໃນການເຄື່ອນໄຫວເໜັງຕີງ ເປັນຕົ້ນແມ່ນ ການເຂົ້າແຖວ, ອອກແຖວ ເພື່ອກຽມສະແດງເປັນຈັງຫວະ ແລະ ໄມ້ມວຍຕ່າງໆ ໃຫ້ອອກມາໄດ້ດີ, ງົດງາມ ແລະ ແຂງແຮງຖືກຕ້ອງຕາມຫຼັກການທີ່ວາງອອກ, ເຊີ່ງໃນເວລາສອບເສັງ ນັກຮຽນທຸກສະຫາຍຕ່າງກໍ່ເອົາໃຈໃສ່ໃນການສອບເສັງຢ່າງຈິງຈັງ, ຈື່ງສາມາດປະເມີນຕີລາຄາຜົນການສອບເສັງໄດ້ຄາດໝາຍ 100%, ໃນນັ້ນປະເພດເກັ່ງ 201 ສະຫາຍ, ຍິງ 50 ສະຫາຍ, ປະເພດດີ 75 ສະຫາຍ, ຍິງ 38 ສະຫາຍ, ພໍໃຊ້ໄດ້ 45 ສະຫາຍ, ຍິງ 10 ສະຫາຍ.

ໂອກາດດຽວກັນ ຍັງໄດ້ມີການສະແດງທັກສະມວຍສາກົນ, ມວຍວິຊາສະເພາະ, ທັກສະການຕໍ່ສູ້ ແລະ ວິທີການປ້ອງກັນຕົວ, ເອົາຕົວລອດຈາກກຸ່ມຄົນບໍ່ດີ ທີ່ມາທໍາຮ້າຍຮ່າງກາຍຂອງຕົນເອງ ແລະ ການຊ່ວຍເຫຼືອຄົນຮອບຂ້າງ ທັງນີ້ ກໍ່ເພື່ອຍົກໃຫ້ເຫັນຄວາມສາມາດ, ຍຸດທະວິທີການຕໍ່ສູ້, ຄວາມເຂັ້ມແຂງ ຂອງກໍາລັງປ້ອງກັນຄວາມສະຫງົບ ແລະ ມີຄວາມພ້ອມທີ່ຈະອອກໄປຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ ໃນເວລາທີ່ຮຽນຈົບຫຼັກສູດພື້ນຖານຂອງໂຮງຮຽນ.

About admin11