ໂຮງຮຽນ ປກສ ຊັ້ນຕົ້ນ ເລກ4 ສອບເສັງ ມວຍວິຊາສະເພາະປ້ອງກັນຕົວ ຮຸ່ນທີ X

ຕອນເຊົ້າ ວັນທີ 21 ທັນວາ 2022 ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 4 ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ຈັດພິທີ ສອບເສັງ ມວຍວິຊາສະເພາະປ້ອງກັນຕົວ ແລະ ມວຍສາກົນ ໃຫ້ນັກຮຽນ ປກສ ຊັ້ນຕົ້ນ ເລກ 04 ຮຸ່ນທີ X ຫຼັກສູດກໍ່ສ້າງວິຊາສະເພາະ ຄຸມຂັງ-ດັດສ້າງ ໂດຍການເປັນປະທານຂອງ ທ່ານ ພັນໂທ ບຸນນິດ ໂຮມຄະສິດ ອໍານວຍການໂຮງຮຽນ ປກສ ຊັ້ນຕົ້ນ ເລກ 4, ມີຄະນະຄູຝຶກທີ່ມາຈາກສູນຝືກອົບຮົມຄົບວົງຈອນ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ ມີພະນັກງານຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

ທ່ານ ພັນຕີ ວັນໄຊ ໄຊຍະວົງ ຮອງຫົວໜ້າພະແນກຄູໄດ້ກ່າວວ່າ: ການຮໍ່າຮຽນມວຍວິຊາສະເພາະໃນການປ້ອງກັນຕົວ ແລະ ມວຍສາກົນ ໃນຄັ້ງນີ້ ກໍານົດເວລາຮຽນ 18 ວັນ ໄດ້ດໍາເນີນມາແຕ່ວັນທີ 28 ພະຈິກ – ວັນທີ 22 ທັນວາ 2022, ໂດຍປະກອບມີຄູ-ອາຈານສິດສອນ 06 ສະຫາຍ, ນັກຮຽນທັງໝົດ 148 ສະຫາຍ, ຍິງ 20 ສະຫາຍ. ການສອບເສັງເປັນຮູບແບບການກວດກາ, ຕີລາຄາ, ປະເມີນຄືນຜົນໄດ້ຮັບຂອງການສິດສອນ ແລະ ການຮໍ່າຮຽນ.

ຜ່ານການສອບເສັງນັກຮຽນ ໄດ້ປະຕິບັດລະບຽບວິໃນຢ່າງເຂັ້ມງວດ, ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີຄວາມຕັ້ງໃຈກັບການສະແດງບັນດາໄມ້ມວຍຕ່າງໆ ຖືກຕ້ອງຕາມທີ່ຄູ-ອາຈານ ໄດ້ສິດສອນໃຫ້, ກໍາໄດ້ທາງດ້ານທິດສະດີ, ຫຼັກການ ແລະ ເນື້ອໃນບົດຮຽນທີ່ຄູ-ອາຈານຖ່າຍທອດໃຫ້ແຕ່ລະຈັງຫວະ, ທຸກທ່າໃນການເຄື່ອນໄຫວເໜັງຕິງ ເປັນຕົ້ນແມ່ນການເຂົ້າແຖວ, ອອກແຖວ ເພື່ອກຽມສະແດງເປັນຈັງຫວະ ແລະ ໄມ້ມວຍຕ່າງໆ ໃຫ້ອອກມາໄດ້ດີ, ງົດງາມ ແລະ ແຂງແຮງ ຖືກຕ້ອງ.

ຜ່ານການສອບເສັງ ສາມາດຕີລາຄາ ຜົນໄດ້ຮັບ ປະເພດເກັ່ງ 9 ຄະແນນ ມີ 44 ສະຫາຍ ສະເລ່ຍ 29,72%, ປະເພດດີ ຄະແນນ 8 ມີ 87 ສະຫາຍ ກວມເອົາ 58,78%, ພໍໃຊ້ໄດ້ ຄະແນນ 7 ມີ 17 ສະຫາຍ ກວມເອົາ 11,48%. ສາມາດຕີລາຄາ ຄະແນນສະເລ່ຍທັງໝົດ 8,1 ຄະແນນ,ປະເພດດີ ກວມເອົາ 90%.

ໂອກາດດຽວກັນ ຍັງໄດ້ມີການສະແດງທັກສະມວຍ, ມວຍສາກົນ, ມວຍວິຊາສະເພາະປ້ອງກັນຕົວ, ທັກສະການຕໍ່ສູ້ ແລະ ວິທີການປ້ອງກັນຕົວ, ການເອົາຕົວລອດຈາກກຸ່ມຄົນບໍ່ດີທີ່ມາທໍາຮ້າຍຮ່າງກາຍຂອງຕົນເອງ ແລະ ຄົນຮອບຂ້າງ ທັງນີ້ກໍ່ເພື່ອຍົກໃຫ້ເຫັນຄວາມສາມາດ, ຍຸທະວິທີການຕໍ່ສູ້, ຄວາມເຂັ້ມແຂງ ຂອງກໍາລັງປ້ອງກັນຄວາມສະຫງົບ ແລະ ມີຄວາມພ້ອມທີ່ຈະອອກໄປຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ ໃນເວລາທີ່ຮຽນຈົບຫຼັກສູດພື້ນຖານຂອງໂຮງຮຽນ.

About admins16