ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 4 ສະຫຼຸບການປະເມີນຄູສອນ ໝວດພື້ນຖານວິຊາສະເພາະ ຂອງນັກຮຽນ ປກສ ຊັ້ນຕົ້ນ ເລກ 4 ຮຸ່ນທີ X

ໃນຕອນເຊົ້າຂອງວັນທີ 04 ສິງຫາ 2022 ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 4 ແຂວງ ບໍລິຄໍາໄຊ ໄດ້ເປີດກອງປະຊຸມສະຫຼຸບການປະເມີນຄູສອນ ໝວດພື້ນຖານວີຊາສະເພາະ ຂອງນັກຮຽນ ປກສ ຊັ້ນຕົ້ນ ເລກ 4 ຮຸ່ນທີ X ວິຊາສະເພາະຕໍາຫຼວດຄຸມຂັງ-ດັດສ້າງ, ເປັນປະທານໂດຍ ທ່ານ ພັທ ປະຊັນ ຫຼວງພິທັກ ອໍານວຍການໂຮງຮຽນ ປກສ ຊັ້ນຕົ້ນ ເລກ 4, ມີຄະນະອໍານວຍການ, ແຂກຖືກເຊີນ, ພະນັກງານຄູອາຈານ, ມີຕາງໜ້ານັກຮຽນທີ່ເປັນຄະນະກອງຮ້ອຍ, ຄະນະໝູ່, ສະພາລະບຽບ ເຂົ້າຮ່ວມ.

ທ່ານ ພັນຕີ ວັນໄຊ ໄຊຍະວົງ ຮອງພະແນກຄູ ໄດ້ຂື້ນຜ່ານບົດສະຫຼຸບການປະເມີນຄູສອນ ໝວດພື້ນຖານວິຊາສະເພາະເຊິ່ງປະກອບມີ 11 ວິຊາ ຄື: ວິຊາລັດຖະທໍາມະນູນແຫ່ງ ສສປ ລາວ 01 ບົດ, ວີຊາຄວາມຮູ້ພື້ນຖານກ່ຽວກັບກົດໝາຍອາຍາ 01 ບົດ, ວີຊາຄວາມຮູ້ພື້ນຖານກ່ຽວກັບ ພາກລວມ ແລະ ພາກສະເພາະ 01 ບົດ, ວີຊາຄວາມຮູ້ພື້ນຖານກ່ຽວກັບ ກົດໝາຍວ່າດວ້ຍການດຳເນີນຄະດີອາຍາ 01 ບົດ, ວີຊາຄວາມຮູ້ພື້ນຖານກ່ຽວກັບ ທິດສະດີການປົກຄອງ 01 ບົດ, ວິຊາອົງການ ບໍລິຫານລັດ 01 ບົດ, ວີຊາຄວາມຮູ້ພື້ນຖານກ່ຽວກັບ ກົດໝາຍແພ່ງ 01 ບົດ, ວີຊາຄວາມຮູ້ພື້ນຖານກ່ຽວກັບ ກົດໝາຍວ່າດວ້ຍການດຳເນີນຄະດີແພ່ງ 01 ບົດ, ວີຊາກົດໝາຍສາກົນ 01 ບົດ, ວິຊາກົດໝາຍວ່າດວ້ຍ ກຳລັງປ້ອງກັນຄວາມສະຫງົບປະຊາຊົນ 01 ບົດ, ກົດໝາຍວ່າດວ້ຍ ວຽກງານປ້ອງກັນຄວາມສະຫງົບແຫ່ງຊາດ 01 ບົດ, ໃຊ້ເວລາໃນການຮຽນ – ການສອນທັງໝົດ 161 ຊົ່ວໂມງ.

ຜ່ານການສອບເສັງ ໝວດພື້ນຖານວີຊາສະເພາະ ສາມາດປະເມີນຄະແນນຂອງນັກຮຽນໄດ້ ຄື: ຄະແນນ 09 ມີ 26 ຄົນ ເທົ່າກັບ 17 %, ຄະແນນ 8,5 ມີ 38 ຄົນ ເທົ່າກັບ 25 %, ຄະແນນ 8 ມີ 54 ຄົນ ເທົ່າກັບ 36 %, ຄະແນນ 7 ມີ 32 ຄົນ ເທົ່າກັບ 21 %.

ຜ່ານການສິດສອນຂອງ ຄູ – ອາຈານ ໝວດພື້ນຖານວິຊາສະເພາະສາມາດສະຫຼຸບ ຄະແນນ ແລະ ມາດຖານໃນການປະເມີນ ຄື: ຄະແນນ 03 ໝາຍເຖິງລະດັບຄວາມຄິດເຫັນ ດີຫຼາຍ 472 ຄະແນນ ເທົ່າກັບ 77,12 %, ຄະແນນ 02 ໝາຍເຖິງລະດັບຄວາມຄິດເຫັນ ປານກາງ 140 ຄະແນນ ເທົ່າກັບ 22,87 %, ຄະແນນ 01 ໝາຍເຖິງລະດັບຄວາມຄິດເຫັນ ອອ່ນ 0 ຄະແນນເທົ່າກັບ 0 %.

ຕອນທ້າຍ ທ່ານ ພັທ ປະຊັນ ຫຼວງພິທັກ ເລຂາໜ່ວຍພັກຮາກຖານ ອໍານວຍການ ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 4 ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ບັນດາຄູອາຈານ ແລະ ນັກຮຽນ ຈົ່ງພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດຕາມຫຼັກສູດການຮຽນ – ການສອນຢ່າງເຂັ້ມງວດ, ຕໍ່ກັບຄູອາຈານ ກໍ່ຈົ່ງເພີ່ມທະວີເອົາໃຈໃສ່ຄົ້ນຄ້ວາຫຼັການ, ວິທີການສອນຢ່າງມີແບບແຜນທີ່ມີວິທະຍາສາດ ໂດຍນໍາເອົາບົດຮຽນທາງດ້ານພາກທິດສະດີ ແລະ ພຶດຕິກໍາຕົວຈິງມາຖ່າຍທອດໃຫ້ຄວາມຮູ້ແກ່ນັກຮຽນຢ່າງເລິກເຊິ່ງເຖິງຖອງ, ສໍາລັບນັກຮຽນ ກໍ່ຕ້ອງເພີ່ມທະວີເອົາໃຈໃສ່ໃນການຄົ້ນຄ້ວາຮໍ່າຮຽນ, ປະຕິບັດກົດລະບຽບ ແລະ ໂມງເວລາຢ່າງເຂັ້ມງວດ, ຕ້ອງກ້າສະແດງຄໍາຄິດຄໍາເຫັນ, ຄົ້ນຄ້ວາສົນທະນາແລກປ່ຽນຄວາມຮູ້ກັບຄູອາຈານເພື່ອເຮັດໃຫ້ການຮຽນ – ການສອນດໍາເນີນໄປຢ່າງມີປະສິດທິພາບ ແລະ ມີຜົນສໍາເລັດສູງສຸດ.

About admins16