ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 04 ສອບເສັງວິຊາການທະຫານ ສິນລະປະຍຸດ – ຍຸດທະວິທີ

ເພື່ອເຮັດໃຫ້ກໍາລັງປ້ອງກັນຄວາມສະຫງົບ ມີຄວາມເຕີບໃຫຍ່ເຂັ້ມແຂງທັງປະລິມານ ແລະ ຄຸນນະພາບ ແນ່ໃສ່ຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ວັນທີ 24 ພະຈິກ 2022 ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 04 ແຂວງ ບໍລິຄໍາໄຊ ໄດ້ຈັດການສອບເສັງ ວິຊາການທະຫານ ສິນລະປະຍຸດ-ຍຸດທະວິທີ ການນໍາໃຊ້ປືນຍາວ (AK) ແລະ ປືນສັ້ນ (CF) ໃຫ້ນັກຮຽນ ປກສ ຊັ້ນຕົ້ນ ເລກ 04 ຮຸ້ນທີ X ຫຼັກສູດກໍ່ສ້າງວິຊາສະເພາະ ຄຸມຂັງ-ດັດສ້າງ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພັນເອກ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະຫ້ອງ, ຄະນະອໍານວຍການໂຮງຮຽນ, ພະນັກງານຄູ, ອາຈານ, ຄະນະຄູຝຶກທີ່ມາຈາກ ສູນຝືກອົບຮົມຄົບວົງຈອນ ກອງພັນປ້ອງກັນເຄື່ອນທີ່ກະຊວງ ປກສ ແລະ ນັກຮຽນ ເຂົ້າຮ່ວມ.

ໃນພິທີ ຄະນະຄູຝືກ ແລະ ຄະນະຮັບຜິດຊອບ ໄດ້ມີຄໍາເຫັນໃນພິທີເປີດການສອບເສັງ ວິຊາການທະຫານ ສິນລະປະຍຸດ-ຍຸດທະວິທີ, ຮຽກຮ້ອງໃຫ້ນັກຮຽນທຸກສະຫາຍ ຈົ່ງນໍາໃຊ້ຄວາມຮູ້, ຄວາມສາມາດ ແລະ ບົດຮຽນທີ່ໄດ້ຮຽນມາ ເຂົ້າໃນການສອບເສັງຕົວຈິງ ເພື່ອຍາດເອົາຄະແນນທີ່ດີ, ມີຄວາມຊໍານິຊໍານານ, ເຮັດໃຫ້ການສອບເສັງຮັບປະກັນທາງດ້ານຄວາມປອດໄພ 100%, ເຊີ່ງຜ່ານການສຶກສາຮໍ່າຮຽນທາງດ້ານທິດສະດີ, ສິນລະປະຍຸດ-ຍຸດທະວີທີ ໃນການຍິງປືນຢູ່ 2 ປະເພດຄື: ປືນຍາວ ແລະ ປືນສັ້ນ ມາແຕ່ວັນທີ 1 – 24 ພະຈິກ 2022, ສາມາດບັນລຸໄດ້ຕາມລະດັບຄາດໝາຍ, ແຕ່ຍັງມີຈຸດອ່ອນຂໍ້ຄົງຄ້າງບາງດ້ານ ເຊິ່ງມີນັກຮຽນບາງສະຫາຍ ຍັງບໍ່ສາມາດກໍາແໜ້ນດ້ານທິດສະດີໄດ້ເທົ່າທີ່ຄວນ.

ຜ່ານການລົງສະໜາມສອບເສັງຍິງປືນຕົວຈິງ, ນັກຮຽນທີ່ສອບເສັງທັງໝົດ 148 ສະຫາຍ, ຍິງ 20 ສະຫາຍ, ເສັງໄດ້ຕາມລະດັບຄາດໝາຍຢູ່ໃນເກນ ຄະແນນ 9 ຈໍານວນ 36 ສະຫາຍ ເທົ່າກັບ 24,32 %, ປະເພດດີ ຄະແນນ 8 ຈໍານວນ 83 ສະຫາຍ ເທົ່າກັບ 56,08%, ພໍໃຊ້ໄດ້ ຄະແນນ 7 ຈໍານວນ 29 ສະຫາຍ ເທົ່າກັບ 19,59 %.

ຕອນທ້າຍ ທ່ານ ພັອ ກົງຈັນ ໄຊປັນຍາ ກໍ່ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາ ຕໍ່ນັກຮຽນໃນການສອບເສັງ ວິຊາການທະຫານ ສິນລະປະຍຸດ-ຍຸດທະວິທີ ໃນຄັ້ງນີ້, ເຊີ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍທຸກສະຫາຍ ທີ່ສາມາດຮັບປະກັນດ້ານຄວາມປອດໄພ, ກໍາໄດ້ດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ ເຫັນວ່າແຕ່ລະສະຫາຍເຮັດໄດ້ດີ, ຮຽກຮ້ອງໃຫ້ທຸກສະຫາຍຈົ່ງນໍາເອົາທິດສະດີ ແລະ ພາກປະຕິບັດຕົວຈິງ ທີ່ໄດ້ຮໍ່າຮຽນໄປຝືກແອບ, ເພື່ອຄວາມຊໍານິ-ຊໍານານ ແລະ ເວລາຈົບອອກໄປກໍ່ສາມາດນໍາເອົາຄວາມຮູ້, ຄວາມສາມາດ ແລະ ຍຸທະວິທີດັ່ງກ່າວ ໄປໝູນໃຊ້ຢູ່ໃນກົມກອງວິຊາສະເພາະຂອງຕົນ ໃຫ້ໄດ້ຮັບຜົນປະໂຫຍດສູງສຸດ.

About admins14