ໂຮງຮຽນ ປກສ ຊັ້ນຕົ້ນເລກ 4 ສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2021

ຕອນເຊົ້າ ວັນທີ 02 ມີນາ 2022 ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 4 ແຂວງບໍລິຄໍາໄຊ, ໄດ້ເປິດກອງປະຊຸມ ສະຫຼຸບວຽກງານວິຊາສະເພາະ ປີ 2021 ແລະ ວາງທິດທາງແຜນການ 2022, ໂດຍການເປັນປະທານຂອງ ທ່ານ ພັນໂທ ປະຊັນ ຫຼວງພິທັກ ອໍານວຍການໂຮງຮຽນ ປກສ ຊັ້ນຕົ້ນເລກ 4 , ເປັນກຽດເຂົ້າຮ່ວມຂອງ ທ່ານ ພັນເອກ ຄໍາແພງ    ນໍາພາວັນ ປະທານກວດກາພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາຄະນະພັກ, ຄະນະຫ້ອງ, ກອງພັນ, ຄ້າຍຄຸມຂັງ-ດັດສ້າງ, ຄະນະພັກ-ຄະນະອໍານວຍການ, ພະນັກງານ ຄູ, ອາຈານ ເຂົ້າຮ່ວມ.

ທ່ານ ພັນໂທ ບຸນນິດ ໂຮມຄະສິດ ຮອງອໍານວຍການ ໂຮງຮຽນ ປກສ ຊັ້ນຕົ້ນເລກ  4 ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ປີ 2021 ແລະ ທິດທາງແຜນການ ປີ 2022, ເຊີ່ງໄດ້ຍົກໃຫ້ເຫັນຜົນງານຫຼາຍດ້ານທີ່ພົ້ນເດັ່ນ.

ໄລຍະ 01 ປີ ຜ່ານມາ ຄະນະພັກ – ຄະນະອໍານວຍການ  ໄດ້ຖືເອົາວຽກງານການເມືອງ-ແນວຄິດເປັນຫຼັກ ເຮັດໃຫ້ພະນັກງານ – ຄູອາຈານ ແລະ ນັກຮຽນ ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ, ເຄົາລົບລະບຽບກົດໝາຍຂອງລັດ ແລະ ເຮັດສໍາເລັດໜ້າທີ່ຂອງຕົນຕາມການມອບໝາຍ.

ວຽກງານນະໂຍບາຍ ໄດ້ເອົາໃຈໃສ່ໃກ້ຊິດຕິດແທດກັບພະນັກງານ-ຄູອາຈານ ແລະ ນ້ອງນັກຮຽນ  ເຊີ່ງໄດ້ນະໂຍບາຍລາພັກປະຈໍາປີ, ປີ່ນປົວສຸຂະພາບ, ເກີດລູກ, ນອນໂຮງໝໍ, ສະເໜີເລື່ອນຊັ້ນໃຫ້ ພະນັກງານ-ນັກຮົບ    ຜູ້ທີ່ມີຜົນງານ, ມາດຖານເງື່ອນໄຂຄົບຖ້ວນ ໄດ້ 05 ສະຫາຍ, ໃນນັ້ນ ສະເໜີເລື່ອນຊັ້ນ ພັນໂທ ຂື້ນ ພັນເອກ 01 ສະຫາຍ, ຮ້ອຍໂທ ຂື້ນ ຮ້ອຍເອກ 04 ສະຫາຍ, ຍິງ 01 ສະຫາຍ, ສົ່ງພະນັກງານ ໄປຍົກລະດັບວຽກງານວິຊາສະເພາະ ທັງພາຍໃນ ແລະ ຕ່າງປະເທດ 04 ສະຫາຍ.

ວຽກງານອົງການຈັດຕັ້ງມະຫາຊົນ ໄດ້ອໍານວຍຄວາມສະດວກໃຫ້ສະມາຊິກຊາວໜຸ່ມ-ແມ່ຍິງ ໄດ້ເຄື່ອນໄຫວຕາມສິດ, ພາລະບົດບາດ ຂອງຕົນ ໃນການເຄື່ອນໄຫວເຮັດວຽກງານວິຊາສະເພາະ, ວຽກງານຂະບວນການ ທີ່ແຂວງ, ກອງບັນຊາການ ແລະ ໂຮງຮຽນ ຈັດຂື້ນຢ່າງເປັນປົກກະຕິ.

ວຽກງານພາລາທິການ  ໄດ້ຂື້ນແຜນງົບປະມານ ເພື່ອຕອບສະໜອງດ້ານເງິນເດືອນພະນັກງານ, ນັກຮຽນ, ອັດຕາກິນ, ເງິນເບ້ຍລ້ຽງ, ເຄື່ອງນຸ່ງຫົ່ມ, ຢາປົວພະຍາດ ເພື່ອຕອບສະໜອງໃຫ້ມີຄວາມພຽງພໍ ແລະ ທ່ວງທັນຕາມເວລາ.

ດ້ານການຮຽນ-ການສອນ  ໄດ້ດໍາເນີນການຮຽນ-ການສອນ ໃຫ້ແກ່ນັກສືກສາ ຮຸ່ນທີ 9 ໃນຫຼັກສູດປ້ອງກັນຄວາມສະຫງົບທົ່ວໄປ, ມີນັກຮຽນທັງໝົດ 291 ສະຫາຍ, ຍິງ 98 ສະຫາຍ, ໄລຍະເວລາຮຽນ 01 ປີ, ເຊີ່ງຜ່ານການຮຽນຕົວຈິງແມ່ນ 246 ວັນ, ເທົ່າກັບ 1.722 ຊົ່ວໂມງ, ຜ່ານການຮຽນ-ການສອນ ແລະ ສອບເສັງຕົວຈິງ ໄດ້ຄະແນນດີເລີດ 68 ສະຫາຍ, ຍິງ 17 ສະຫາຍ, ສະເລ່ຍ 23,36 %,  ຄະແນນດີ  180 ສະຫາຍ, ຍິງ 50 ສະຫາຍ ສະເລ່ຍ 61,35 %, ຄະແນນ ພໍໃຊ້ 43 ສະຫາຍ, ຍິງ 31 ສະຫາຍ ສະເລ່ຍ 14, 77%.

ພາຍຫຼັງສອບເສັງຈົບຊັ້ນສໍາເລັດ ໄດ້ມອບໃຫ້ບັດາກົມກອງ, ຂັ້ນສູນກາງ ແລະ ທ້ອງຖີ່ນ ຊັບຊ້ອນເຂົ້າໃນວຽກງານວິຊາສະເພາະແຕ່ລະແຂວງໃນຂອບເຂດທົ່ວປະເທດ ເພື່ອເຮັດໜ້າທີ່ຮັບໃຊ້ສັງຄົມກໍ່ຄືປະເທດຊາດ.

ໂອກາດດຽວກັນບັນດາຜູ້ແທນກອງປະຊຸມ ກໍ່ໄດ້ພັດປ່ຽນກັນປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບ ແລະ ທິດທາງແຜນການ  ແລະ ເປັນເອກະພາບກັນນໍາເອົາໄປຈັດຕັ້ງປະຕິບັດ ໃນຕໍ່ໜ້າໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍທີ່ກໍານົດໄວ້.

 

 

About admin11