ໂຮງຮຽນ ປກສ ຊັ້ນຕົ້ນເລກ 04 ແຂວງ ບໍລິຄໍາໄຊ ສະຫຼຸບການແຂ່ງຂັນກິລາ ຕ້ອນວັນຊາດ ທີ 2 ທັນວາ

  

ພາຍຫຼັງທີ່ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 04 ແຂວງບໍລິຄໍາໄຊ ໄດ້ສ້າງຂະບວນການແຂ່ງຂັນກິລາ ເພື່ອຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ ( 02 ທັນວາ 1975 – 02 ທັນວາ 2020) ແລະ ວັນສໍາຄັນຕ່າງໆຂອງພັກ-ຂອງຊາດ ມາແຕ່ວັນທີ 11 ພະຈິກ 2020 ຈົນມາຮອດ ຕອນບ່າຍ ວັນທີ 30 ພະຈິກ 2020 ຈື່ງໄດ້ຈັດພິທີປິດສະຫຼຸບຢ່າງເປັນທາງການ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ພັນໂທ ບູນສີ ສີຫາລາດ ປະທານກວດກາໜ່ວຍພັກ ຮອງອໍານວຍການ ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 4 ພ້ອມດ້ວຍຄະນະ, ມີບັນດາພະນັກງານ, ຄູອາຈານ ແລະ ນັກຮຽນ ເຂົ້າຮ່ວມ.

ເນື່ອງໃນໂອກາດວັນທີ 2 ທັນວາ 2020 ທີ່ຈະໝູນວຽນມາ ຄົບຮອບ 45 ປີ, ທາງໂຮງຮຽນ ປກສ ຊັ້ນຕົ້ນເລກ 4 ແຂວງ ບໍລິຄໍາໄຊ ໄດ້ສ້າງຂະບວນການແຂ່ງຂັນກິລາ ເພື່ອຂໍ່ານັບຮັບຕ້ອນວັນສໍາຄັນດັ່ງກ່າວ, ເຊີ່ງໄດ້ຈັດການແຂ່ງຂັນກິລາ 02 ປະເພດ ຄື : ກິລາບານເຕະ ຍິງ-ຊາຍ, ກິລາບານສົ່ງ ຍິງ-ຊາຍ, ໃນນັ້ນ ກິລາບານເຕະມີ 08 ທິມ, ຍິງ 04 ທິມ, ກິລາບານສົ່ງ 08 ທິມ, ຍິງ 04 ທິມ.

ຜ່ານການແຂ່ງຂັນກັນດ້ວຍບັນຍາກາດອັນຟົດຟື້ນ, ເບິກບານມ່ວນຊື່ນ, ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນ, ທ່າມກາງການຊົມເຊຍຂອງຜູ້ຊົມຂ້າງສະໜາມ, ສາມາດສະຫຼຸບຜົນການແຂ່ງຂັນໄດ້ ຄື: ກິລາບານເຕະຊາຍ ທິມກອງຮ້ອຍ I ຍາດໄດ້ອັນດັບທີ 1 ໄດ້ຮັບລາງວັນເງິນສົດ 150.000 ກີບ, ພ້ອມຂັນເງີນ 01 ໜ່ວຍ, ອັນດັບທີ 2 ໄດ້ແກ່ທິມກອງຮ້ອຍ II ໄດ້ຮັບລາງວັນເງິນສົດ 100.000 ກີບ, ອັນດັບທີ 3 ໄດ້ແກ່ທິມກອງຮ້ອຍ III ໄດ້ຮັບລາງວັນເງິນສົດ 50.000 ກີບ.

ສ່ວນກິລາບານເຕະຍິງ ທິມກອງຮ້ອຍ I ຍາດໄດ້ ອັນດັບທີ 1 ໄດ້ຮັບລາງວັນເງິນສົດ 150.000 ກີບ ພ້ອມຂັນເງິນ 01 ໜ່ວຍ, ອັນດັບທີ 02 ໄດ້ແກ່ທິມກອງຮ້ອຍ II ໄດ້ຮັບລາງວັນເງີນສົດ 100.000 ກີບ, ອັນດັບທີ 3 ໄດ້ແກ່ທິມກອງຮ້ອຍ III ໄດ້ຮັບລາງວັນເງິນສົດ 50.000 ກີບ.

ສໍາລັບການແຂ່ງຂັນກິລາບານສົ່ງຊາຍ ທິມກອງຮ້ອຍ III ຍາດໄດ້ອັນດັບທີ 1 ໄດ້ຮັບລາງວັນເງິນສົດ 150.000 ກີບ ພ້ອມຂັນເງິນ 01 ໜ່ວຍ, ອັນດັບທີ 2 ໄດ້ແກ່ທິມກອງຮ້ອຍ I ໄດ້ຮັບລາງວັນເງິນສົດ 100.000 ກີບ, ອັນດັບທີ 3 ໄດ້ແກ່ທິມພະນັກງານ-ຄູອາຈານ ໂຮງຮຽນ ປກສ ຊັ້ນຕົ້ນເລກ 4 ໄດ້ຮັບລາງວັນເງິນສົດ 50.000 ກີບ. ຜົນການແຂ່ງຂັນກິລາບານສົ່ງຍິງ: ທິມກອງຮ້ອຍ III ຍາດໄດ້ອັນດັບທີ່ 1 ໄດ້ຮັບລາງວັນເງິນສົດ 150.000 ກີບ ພ້ອມຂັນເງິນ 01 ໜ່ວຍ, ອັນດັບທີ 02 ທິມພະນັກງານ-ຄູອາຈານ ໂຮງຮຽນ ປກສ ຊັ້ນຕົ້ນເລກ 4 ໄດ້ຮັບລາງວັນເງິນ 100.000 ກີບ ແລະ ອັນດັບທີ 3 ໄດ້ແກ່ທິມກອງຮ້ອຍ II ໄດ້ຮັບລາງວັນເງິນ 50.000 ກີບ.

About admin11