ໂຮງຮຽນແຫ່ງຕ່າງໆ ພາຍໃນເມືອງວຽງທອງ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 26 ປີ


ໃນວັນທີ 6 ຕຸລາ 2020 ຜ່ານມາ ໂຮງຮຽນອະນຸບານ, ປະຖົມ ແລະ ມ.ສ ຈອມທອງ ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ວັນທີ 7 ຕຸລາ ຄົບຮອບ 26 ປີ ( 7/10/1994 – 7/10/2020) ຂື້ນຢູ່ທີ່ສະໂມສອນໂຮງຮຽນ ມ.ສ ຈອມທອງ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບົວພັນ ອີນຄຳມະວົງ ຮອງເຈົ້າເມືອງວຽງທອງ.

 


ພິທີ ໄດ້ຮັບຟັງການເລົ່າປະຫວັດຫຍໍ້ຄວາມເປັນມາຂອງວັນຄູແຫ່ງຊາດ ຈາກທ່ານ ບົວພັນ ອິນຄຳມະວົົງ ຮອງເຈົ້າເມືອງວຽງທອງ ເຊິ່ງທ່ານ ໄດ້ຍົກໃຫ້ເຫັນປະຫວັດຂອງນາຍຄູຄຳ, ຄູທີ່ເປັນຄົນລາວຜູ້ທຳອິດ ຜູ້ມີນ້ຳໃຈຮັກຊາດບໍ່ຍອມກົ້ມຫົວໃຫ້ພວກຈັກກະພັດພວກລ່າເມືອງຂື້ນ, ເພື່ອເປັນການລະນຶກເຖີງຄຸນງາມຄວາມ ດີຂອງຄູລາວ, ພັກ-ລັດຖະບານຈຶ່ງໄດ້ກຳນົດເອົາວັນທີ 7 ຕຸລາ ຂອງທຸກໆປີ ເປັນວັນຄູແຫ່ງຊາດ.

ເພື່ອເປັນການຈາລຶກເຖີງບຸນຄູນັ້ນ ນ້ອງໆນັກຮຽນກໍ່ໄດ້ອ່ານສານອວຍພອນຄູ ແລະ ກໍ່ມີການມອບໃບຍ້ອງຍໍໃຫ້ແກ່ຄູ-ອາຈານຜູ້ທີ່ມີຜົນງານໃນໄລຍະ1 ປີຜ່ານມາ ພ້ອມນີ້ ນ້ອງນັກຮຽນໄດ້ມອບຊໍ່ດອກໄມ້, ຂອງຂວັນໃຫ້ຄູ-ອາຈານພ້ອມຮັບຊົມລະຄອນຕຸກກະຕາ, ສີລະປະ ຈາກນ້ອງນ້ອຍນັກງຮຽນທັງ 3 ໂຮງຮຽນ.

 

ໃນວັນຕໍ່ມາ ທີ 7 ຕຸລາ 2020  ທີ່ໂຮງຮຽນ ອະນຸບານ, ປະຖົມ ແລະ ມັດທະຍົມຕອນຕົ້ນຫ້ວຍຫອຍ  ກໍ່ໄດ້ຈັດພິທີສະເຫລີມສະຫລອງວັນຄູ່ແຫ່ງຊາດ ເຊັ່ນດຽວກັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງວຽງທອງ.

About admin11