ໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງ ຫວນຄືນມູນເຊື້ອ 2 ວັນປະຫວັດສາດ ລາວ – ຫວຽດນາມ

ພິທີ ປາຖະກະຖາຫວນຄືນມວນເຊື້ອ ວັນສ້າງຕັ້ງສາຍພົວພັນການທູດລາວ – ຫວຽດນາມ ຄົບຮອບ 60 ປີ ( 5 ກັນຍາ 1962 – 5 ກັນຍາ 2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ – ຫວຽດນາມ ຄົບຮອບ 45 ປີ ( 18 ກໍລະກົດ 1977 – 18 ກໍລະກົດ 2022) ໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດ 2022 ຢູ່ໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ແຂວງບໍລິຄຳໄຊ, ໃຫ້ກຽດປາຖະກະຖາໂດຍທ່ານ ພູເຂົາເງິນ ອິນທະວົງ ກຳມະການພັກແຂວງ ຫົວໜ້າໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງ, ມີຫົວໜ້າ – ຮອງຫົວໜ້າຂະແໜງ, ຄູອາຈານ ພ້ອມດ້ວຍນັກສຶກສາທິດສະດີການເມືອງ-ການປົກຄອງແຂວງ ເຂົ້າຮ່ວມ.

ໃນສະພາບການທີ່ຂະບວນການຕໍ່ສູ້ຕ້ານພວກຈັກກະພັດອາເມລິກາ, ເພື່ອກອບກູ້ປະເທດຊາດຂອງປະຊາຊົນລາວ ແລະ ຫວຽດນາມ ໄດ້ກ້າວເຂົ້າສູ່ໄລຍະຫຍຸ້ງຍາກ, ດຸເດືອດ, ແຕ່ດ້ວຍໄຊຊະນະທີ່ສຳຄັນທັງດ້ານການເມືອງ, ການທະຫານ, ການຕ່າງປະເທດຂອງການປະຕິວັດລາວ, ສົນທິສັນຍາເຊີແນວ 1962 ກ່ຽວກັບລາວ ກໍ່ໄດ້ຮັບການລົງນາມ, ເປີດສັງກາດໃໝ່ໃຫ້ແກ່ການປະຕິວັດຂອງສອງປະເທດລາວ ແລະ ຫວຽດນາມ.

ດ້ວຍກາລະໂອກາດ ແລະ ເງື່ອນໄຂເອື້ອອໍານວຍນັ້ນ, ສອງປະເທດ ໄດ້ສ້າງສາຍພົວພັນການທູດນຳກັນຢ່າງເປັນທາງການ ໃນວັນທີ 5 ກັນຍາ 1962, ນີ້ແມ່ນເຫດການປະຫວັດສາດສຳຄັນ, ເປັນຂີດໝາຍທີ່ສໍາຄັນຍິ່ງໃນສາຍພົວພັນລະຫວ່າງສອງປະເທດ.

ພາຍຫຼັງສອງປະເທດ ໄດ້ຮັບການປົດປ່ອຍຢ່າງສົມບູນໃນປີ 1975, ເພື່ອເສີມຂະຫຍາຍສາຍພົວພັນລາວ – ຫວຽດນາມ ໃຫ້ມີການພັດທະນາຢ່າງຮອບດ້ານ ແລະ ນັບມື້ນັບນັບກ້າວເຂົ້າສູ່ລວງເລິກ, ສອງປະເທດ ໄດ້ລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມື ໃນວັນທີ 18/7/1977, ໃນນັ້ນ ໄດ້ເນັ້ນໜັກ: “ສາຍພົວພັນພິເສດລາວ – ຫວຽດນາມ, ຄວາມສາມັກຄີສູ້ຮົບ ແລະ ມິດຕະພາບ ທີ່ບໍ່ມີສິ່ງໃດໆສາມາດເຮັດໃຫ້ສັ່ນສະເທືອນໄດ້ ລະຫວ່າງປະຊາຊົນລາວ ແລະ ຫວຽດນາມ, ຄວາມຮັກແພງຖານສະຫາຍອັນຍິ່ງໃຫຍ່ ລະຫວ່າງພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ໄດ້ຜ່ານການທົດສອບຮ່ວມສຸກຮ່ວມທຸກມາໃນຫຼາຍສິບປີ, ຮ່ວມສູ້ຮົບ, ຮ່ວມກັນຕີເອົາຊະນະສັດຕູຜູ້ຮຸກຮານ, ພ້ອມກັນຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການສ້າງສາປະເທດຊາດເປັນມູນເຊື້ອໜຶ່ງທີ່ປະເສີດ, ເປັນກໍາລັງແຮງຊະນະເລີດຂອງສອງຊາດ, ສອງພັກ…”.

ຕະຫຼອດເສັ້ນທາງປະຫວັດສາດອັນອົງອາດກ້າແກ່ນ, ຕໍ່ຂະບວນວິວັດແຫ່ງການກຳເນີດ ແລະ ຂະຫຍາຍຕົວ ສະແດງໃຫ້ເຫັນເຖິງການຊ່ວຍເຫຼືອເຊິ່ງກັນ ແລະ ກັນດ້ວຍຄວາມຈິງໃຈ – ຮັກແພງ ປານພີ່ນ້ອງເກີດຮ່ວມພໍ່ແມ່ດຽວກັນ, ໄດ້ຮ່ວມສຳພັນສູ້ຮົບຢູ່ຂຸມຄອງດຽວກັນ, ເຂົ້າເມັດຫັກ, ຜັກເສັ້ນໜຶ່ງ ກໍ່ບິແບ່ງປັນກັນກິນ ເພື່ອຕີຕ້ານສັດຕູຜູ້ຮຸກຮານ ແລະ ໄດ້ກາຍມາເປັນສາຍພົວພັນສາມັກຄີພິເສດ ແລະ ຮ່ວມມືຮອບດ້ານລະຫວ່າງສອງປະເທດລາວ – ຫວຽດນາມອ້າຍນ້ອງ ຈົນເຖິງປັດຈຸບັນນີ້.

ໃນທ້າຍປີ 2016 ແຂວງບໍລິຄໍາໄຊ ໄດ້ຮັບກຽດຕ້ອນຮັບ ທ່ານ ຫງວຽນຝູຈ້ອງ – ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ມາຢ້ຽມຢາມ ແລະ ມອບຂອງຂວັນທຶນກໍ່ສ້າງອາຄານໂຮງຮຽນ ມສ ສີທານາໄຊ ມູນຄ່າ 30 ຕື້ດົ່ງ ເຊິ່ງໄດ້ກໍ່ສ້າງສໍາເລັດ, ຈັດພິທີມອບ – ຮັບ ແລະ ເປີດການນໍາໃຊ້ຢ່າງເປັນທາງການ ໃນທ້າຍປີ 2019.

ແຂວງຮ່າຕິ້ງໄດ້ຊ່ວຍເຫຼືອລ້າ ຈໍານວນ 21 ຕື້ກວ່າດົ່ງ, 10 ລ້ານກີບ ເພື່ອນໍາໃຊ້ເຂົ້າໃນກິດຈະກໍາ, ໂຄງການຕ່າງໆການກໍ່ສ້າງໂຮງໝໍ ຂອງກອງບັນຊາການທະຫານ, ກໍ່ສ້າງໂຮງຮຽນການເມືອງ ແລະ ການປົກຄອງ, ກໍ່ສ້າງຫໍສະໝຸດ ແລະ ເສັ້ນທາງເບຕົງທາງເຂົ້າໂຮງຮຽນ ມສ ສີທານາໄຊ, ຊ່ວຍເຫຼືອອຸປະກອນເຄື່ອງໃຊ້ຫ້ອງການ, ຄອມພິວເຕີ, ມອບໃຫ້ຄະນະປະຕິບັດງານພິເສດ ແຂວງບໍລິຄໍາໄຊ ເພື່ອປະກອບສ່ວນເຂົ້າໃນວຽກງານການເຄື່ອນໄຫວຊອກຫາ ແລະ ຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ແຂວງບໍລິຄຳໄຊ ກັບຄືນປະເທດ.

ແຂວງເຫງະອານ ໄດ້ຊ່ວຍເຫຼືອກໍ່ສ້າງສຸກສາລາ ຢູ່ບ້ານສົບເຕິງກຸ່ມນໍ້າອອນ ເມືອງໄຊຈໍາພອນ ລວມມູນຄ່າ 14 ຕື້ກວ່າດົ່ງ ເຊິ່ງໄດ້ກໍ່ສ້າງສໍາເລັດ ແລະ ເປີດການນໍາໃຊ້ຢ່າງເປັນທາງການໃນຕົ້ນປີ 2021 ທີ່ຜ່ານມາ, ໃຫ້ການຊ່ວຍເຫຼືອແຂວງບໍລິຄຳໄຊ ທາງດ້ານງົບປະມານ, ອຸປະກອນການແພດ ແລະ ສະບຽງອາຫານຈຳນວນໜື່ງ ລວມມູນຄ່າ 4 ຕື້ກວ່າດົ່ງ 386 ລ້ານກວ່າກີບ ແລະ 10 ພັນກວ່າໂດລາສະຫະລັດ ເພື່ອປະກອບສ່ວນຊ່ວຍໃນການຕ້ານພະຍາດ Covid-19.

About admins16