ໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງ ເຊື່ອມຊຶມ 3 ຫລັກການ ສະກັດກັ້ນການແກ້ໄຂບັນຫາຢາເສບຕິດ

ໃນຕອນເຊົ້າຂອງວັນທີ 8 ພະຈິກ 2021 ຢູ່ໂຮງຮຽນທິດສະດີການເມືອງ-ການປົກຄອງ ແຂວງບໍລິຄຳໄຊ ໄດ້ພິທີເຊື່ອມຊຶມວາລະແຫ່ງຊາດ ໃນຫົວຂໍ້ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໃຫ້ກຽດເຜີຍແຜ່ໂດຍ ທ່ານ ລົມ ແພງສຸກ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ທັງເປັນກຳມະການຄະນະຮັບຜິດຊອບການຈັດຕັ້ງປະຕິບັດມາດຕະການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ມີພະນັກງານ ອາຈານ ແລະ ນັກສຶກສາພາຍໃນໂຮງຮຽນ ເຂົ້າຮ່ວມ.

ແຂວງບໍລິຄຳໄຊ ເປັນແຂວງໜຶ່ງ ທີ່ພວກຄ້າ-ຂາຍຢາເສບຕິດ ໄດ້ນຳໃຊ້ເປັນທາງຜ່ານໃນການລັກລອບຂົນຢາເສບຕິດອອກໄປຕ່າງປະເທດ ກໍ່ຄືຄ້າ – ຂາຍຢູ່ພາຍໃນ ເນື່ອງຈາກວ່າແຂວງບໍລິຄຳໄຊ ມີເຂດຊາຍແດນເຊື່ອມຕໍ່ກັບບັນດາແຂວງພາຍໃນປະເທດ ແລະ ຕ່າງປະເທດ ໂດຍໄດ້ນຳໃຊ້ຫຼາຍຮູບແບບ.

ໄລຍະຜ່ານມາ ອົງການຈັດຕັ້ງພັກ – ລັດ ໄດ້ເອົາໃຈໃສ່ໃນການແກ້ໄຂບັນຫາຢາເສບຕິດ ເປັນວຽກງານສຳຄັນໂດຍອີງໃສ່ບັນດາມະຕິ, ຄຳສັ່ງ ແລະ ໄດ້ເຄື່ອນໄຫວຈັດຕັ້ງປະຕິບັດດ້ວຍຮູບການຕ່າງໆ.

ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດ ແຕ່ປີ 2021-2023 ແຂວງບໍລິຄຳໄຊໄດ້ວາງ 3 ຫຼັກການ ຄື: ຄວາມເດັດຂາດ, ຄວາມໂປ່ງໃສ, ຄວາມເປັນມືອາຊີບ, 2 ຢຶດໝັ້ນ: ຕ້ອງຢຶດໝັ້ນການປະຕິບັດກົດໝາຍໃຫ້ເຂັ້ມງວດ ແລະ ສັກສິດ ພ້ອມນັ້ນ ຕ້ອງຢຶດໝັ້ນການປະຕິບັດລະບອບປົກປ້ອງ ແລະ ມີນະໂຍບາຍສົມເຫດສົມຜົນ, 2 ມາດຕະການ: ຕ້ານ, ສະກັດກັ້ນ ແລະ ປ້ອງກັນ ກັບການປາບປາມໄປພ້ອມໆກັນ.

ໃນນັ້ນ ຖືເອົາການປຸກລະດົມ ການສຶກສາອົບຮົມ ເປັນພື້ນຖານຕົ້ນຕໍ ເອົາການປາບປາມ ລົງໂທດເປັນສຳຄັນ ຈຳເປັນ, ເດັດຂາດ, ເຂັ້ມງວດ ແລະ 3 ການກະທຳທີ່ບໍ່ຖືກຕ້ອງ: ຕ້ານການລ່ວງລະເມີດສິດທິອັນຊອບທຳຂອງພົນລະເມືອງ, ຕ້ານການສວຍໃຊ້ບັນຫາຢາເສບຕິດ ເພື່ອຜົນປະໂຫຍດທີ່ບໍ່ຖືກຕ້ອງ ແລະ ຕ້ານການເປັນອາດຍາສິດຂອງເຈົ້າໜ້າທີ່ລັດ.

ສຳລັບວຽກງານຈຸດສຸມຂອງການແກ້ໄຂບັນຫາຢາເສບຕິດ ຕ້ອງໄດ້ສຶກສາອົບຮົມ, ປຸູຈິດສຳນຶກ ໂຄສະນາເຜີຍແຜ່ລະບຽບກົດໝາຍທີ່ກ່ຽວຂ້ອງ ແລະ ຜົນຮ້າຍຂອງຢາເສບຕິດໃຫ້ສັງຄົມ ເພື່ອສ້າງຄວາມແຂງແຮງໃຫ້ຊຸມຊົນ, ລົງໂຄສະນາເຜີຍແຜ່ກຸ່ມເປົ້າໝາຍຮອດຂັ້ນບ້ານ, ສຶກສາອົບຮົມກຸ່ມສ່ຽງຊຸມຊົນ, ເມືອງ, ບ້ານ, ໂຮງຮຽນ ແລະ ສຳນັກງານອົງການ, ຈັດການແຂ່ງຂັນທັກສະຄວາມຮູ້ດ້ານຕ່າງໆ ໃນກຸ່ມເປົ້າໝາຍ, ສ້າງນິຕິກຳກົນໄກປະສານງານລະຫວ່າງໜ່ວຍງານຕ່າງໆ ທີ່ພົວພັນເຖິງການແກ້ໄຂ-ຈັບຢຶດສິ່ງເສບຕິດ ແລະ ການດຳເນີນຄະດີໃນກໍລະນີຢາເສບຕິດ, ປັບປຸງພື້ນຖານໂຄງລ່າງຂອງສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດໃຫ້ໄດ້ມາດຕະຖານ ແລະ ຮັບປະກັນຄວາມສະຫງົບປອດໄພທາງດ້ານຊີວິດ ແລະ ຊັບສິນ, ສູນຈະອອກບັດຕິດຕາມໃຫ້ແກ່ຜູ້ທີ່ມາປິ່ນປົວ ແລະ ຟື້ນຟູສຸຂະພາບຈາການຕິດຢາເສບຕິດໃນການຄຸ້ມຄອງ, ຕິດຕາມໃນໄລຍະຢູ່ສູນ ແລະ ຫຼັງອອກຈາກສູນກັບຄືນສູ່ຄອບຄົວ ແລະ ສັງຄົມ.

ໃນຕອນບ່າຍຂອງວັນດຽວ ຢູ່ຫ້ອງວ່າການແຂວງ ໄດ້ຈັດພິທີເຊື່ອມຊຶມວາລະແຫ່ງຊາດ ໃນຫົວຂໍ້ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໃຫ້ກຽດເຊື່ອມຊຶມໂດຍ ທ່ານ ນາງ ຄຳປິວ ສີສົມບັດ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງ, ມີຄະນະຈັດຕັ້ງ, ຄະນະກວດກາພັກແຂວງ ແລະ ຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມ.

About admins16