ໂຮງຮຽນທິດດີການເມືອງ-ການປົກຄອງແຂວງບໍລິຄຳໄຊ ສະຫຼຸບການຮຽນ-ການສອນ ປະຈຳສົກປີ 2019-2020

ກອງປອງປະຊຸມສະຫຼຸບການຈັດຕັ້ງປະຕິບັດການຮຽນ-ການສອນ ປະຈຳສົກປີ 2019-2020 ແລະ ທິດທາງແຜນການ ປະຈຳສົກປີ 2020-2021 ຂອງໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 12 ມີນາ 2021 ຢູ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງທ່ານ ພູເຂົາເງິນ ອິນທະວົງ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງ, ມີຄະນະຄູອາຈານພາຍໃນໂຮງຮຽນ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

ໂຮງຮຽນການເມືອງ ແລະ ການປົກຄອງແຂວງບໍລິຄຳໄຊ ມີໂຄງປະກອບການຈັດຕັ້ງຄົບຖ້ວນ, ມີລະບອບແບບແຜນການນຳພາ-ຊີ້ນຳທີ່ຈະແຈ້ງ ໂດຍໄດ້ຮັບການຊີ້ນຳໂດຍກົງຈາກຄະນະປະຈຳພັກແຂວງ ແລະ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ, ປະຈຸບັນ ມີພະນັກງານຄູ-ອາຈານທັງໝົດ 21 ທ່ານ ຍິງ 9 ທ່ານ ແລະ ຮັບເຊີນມາຂຶ້ນຫ້ອງບັນຍາຍ 26 ທ່ານ ຍິງ 4 ທ່ານ ໃນນັ້ນ ມີຮອງເລຂາພັກແຂວງ 1 ທ່ານ, ຄະນະປະຈຳພັກແຂວງ 4 ທ່ານ, ກຳມະການພັກແຂວງ 2 ທ່ານ, ຫົວໜ້າພະແນກການ 7 ທ່ານ, ຮອງພະແນກ 8 ທ່ານ, ຫົວໜ້າຂະແໜງ 2 ທ່ານ ແລະ ພະນັກງານບຳນານ 2 ທ່ານ.

ການຈັດຕັ້ງປະຕິບັດຫຼັກສູດລະບົບຊັ້ນກາງ ໄດ້ແບ່ງວິຊາຮຽນຈຳນວນ 28 ວິຊາ, 1 ບົດປ້ອງກັນ ມີ 1.282 ຊົ່ວໂມງ ເທົ່າກັບ 80 ໜ່ວຍກິດ ແບ່ງອອກເປັນ 3 ພາກຮຽນ ຄື: ພາກ 1 ແລະ ພາກຮຽນ 2 ມີ11 ວິຊາ, ພາກຮຽນ 3 ມີ 6 ວິຊາ ແລະ 1 ບົດປ້ອງກັນ, ປະຕິບັດຊົ່ວໂມບັນຍາຍມີ 662 ຊົ່ວໂມງ, ທວນເສັງ 80 ຊົ່ວໂມງ, ສອບເສັງ 171 ຊົ່ວໂມງ, ສໍາມະນາຫ້ອງ, ແກ້ຂໍ້ຂ້ອງໃຈຕິດພັນການໃຫ້ຄະແນນສ່ວນຮ່ວມໄດ້ 146 ຊົ່ວໂມງ, ຂຽນບົດລາຍງານ 22 ຊົ່ວໂມງ, ໄປທັດສະນະສຶກສາ 14 ຊົ່ວໂມງ, ເກັບກໍາຂໍ້ມູນ ແລະ ຂຽນບົດ 160 ຊົ່ວໂມງ ລວມແລ້ວສາມາດປະຕິບັດໄດ້ທັງໝົດ 1.255 ຊົ່ວໂມງ ເທົ່າກັບ 88,96% ເຊິ່ງປີນີ້ແມ່ນໄດ້ສໍາເລັດການຝຶກອົບຮົມໃຫ້ຮຸ່ນທີ 14 ຈໍານວນ 60 ສະຫາຍ ຍິງ 12 ສະຫາຍ.

ລະບົບບໍາລຸງ 45 ວັນ ມີ 5 ກຸ່ມວິຊາຮຽນ ຄື: ວິຊາປັດສະຍາ ມາກ-ເລນິນ 8 ບົດ, ເສດຖະກິດການເມືອງ 11 ບົດ, ລັດທິສັງຄົມນິຍົມວິທະຍາສາດ 8 ບົດ, ບໍລິຫານສາດ 9 ບົດ ແລະ ວິຊາກໍ່ສ້າງພັກ 5 ບົດ ລວມທັງໝົດ 41 ບົດ, 258 ຊົ່ວໂມງ ເທົ່າກັບ 20 ໜ່ວຍກິດ.

ໄລຍະ 1 ປີ ຜ່ານມາ ສາມາດເປີດຝຶກອົບຮົມ ລະບົບ 45 ວັນໄດ້ 3 ຊຸດ ມີນັກສຶກສາ 144 ສະຫາຍ ຍິງ 58 ສະຫາຍ ສະໜອງປື້ມແບບຮຽນບໍາລຸງ 45 ວັນ ໄດ້ 720 ຫົວ.

ລະບົບບໍາລຸງໄລຍະສັ້ນ 10 ວັນໃຫ້ເລຂາພັກບ້ານ-ນາຍບ້ານ ຊຶ່ງມີຈຳນວນຫົວຂໍ້ທີ່ນຳມາສະເໜີ 19 ຫົວຂໍ້, ຊົ່ວໂມງຂຶ້ນຫ້ອງບັນຍາຍ 70 ຊົ່່ວໂມງ ເທົ່າກັບ 4,4 ໜ່ວຍກິດ ແລະ ສາມາດປະຕິບັດໄດ້ 4 ຊຸດ ມີ 187 ສະຫາຍ ຍິງ 22 ສະຫາຍ ສະໜອງປື້ມແບບຮຽນລະບົບ 10 ວັນໄດ້ 187 ຫົວ.

ນອກນັ້ນ ຍັງໄດ້ຈັດຝຶກອົບຮົມ 9 ຫົວຂໍ້ວິທະຍາສາດຂອງແຂວງ ໃຫ້ພະນັກງານການນຳຂັ້ນເມືອງ ທີ່ລົງຮາກຖານບ້ານຕາມສາຍຕັ້ງໄດ້ 1 ຄັ້ງ ມີ 51 ສະຫາຍ ຍິງ 2 ສະຫາຍ.

About admins16