ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ສະຫຼຸບການຮຽນ -ການສອນ ປະຈຳສົກປີ 2021 – 2022

ກອງປະຊຸມ ສະຫຼຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດການຮຽນ – ການສອນ ປະຈຳສົກປີ 2021 – 2022 ຂອງໂຮງຮຽນການເມືອງ – ການປົກຄອງ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 10 ພະຈິກ 2022 ຢູ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງທ່ານ ວັນໄຊ ເງຍຈັນທະສອນ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ມີຮອງຫົວໜ້າໂຮງຮຽນການເມືອງ, ຫົວໜ້າ – ຮອງຫົວຂະແໜງ, ຄູອາຈານພາຍໃນໂຮງຮຽນ ເຂົ້າຮ່ວມ.

ໂຮງຮຽນການເມືອງ ແລະ ການປົກຄອງແຂວງບໍລິຄຳໄຊ ມີໂຄງປະກອບການຈັດຕັ້ງຄົບຖ້ວນ, ມີລະບອບ ແບບແຜນການນຳພາ – ຊີ້ນຳທີ່ຈະແຈ້ງ ໂດຍໄດ້ຮັບການຊີ້ນຳໂດຍກົງ ຈາກຄະນະປະຈຳພັກແຂງບໍລິຄຳໄຊ, ຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ແຕ່ລະຂະແໜງການ ໄດ້ເອົາໃຈໃສ່ສ້າງແຜນ, ປະຕິບັດໜ້າທີ່ວຽກງານຕາມແຜນທີ່ວາງໄວ້ ໂດຍມີຄວາມຮັບຜິດຊອບສູງ.

ໄລຍະຜ່ານມາ ລະບົບຊັ້ນກາງ ໄດ້ແບ່ງມີ 28 ວິຊາ, ມີ 1 ບົດປ້ອງກັນ, ມີ ຈໍານວນຊົ່ວໂມງທັງໝົດ 1.282 ຊົ່ວໂມງ, ເທົ່າກັບ 80 ໜ່ວຍກິດ, ໄດ້ແບ່ງເປັນ 3 ພາກຮຽນ ຄື: ພາກຮຽນ I ມີ 11 ວິຊາ, ພາກຮຽນ II ມີ 11 ວິຊາ, ພາກຮຽນ III ມີ 6 ວິຊາ ແລະ 1 ບົດປ້ອງກັນ, ຊຶ່ງສາມາດປະຕິບັດຊົ່ວໂມງບັນຍາຍໄດ້ 665 ຊົ່ວໂມງ, ສຳມະນາຫ້ອງໜ່ວຍ ໄດ້ 102 ຊົ່ວໂມງ, ກຽມສຳມະນາໄດ້ 84 ຊົ່ວໂມງ, ທວນເສັງໄດ້ 96 ຊົ່ວໂມງ, ແກ້ຂໍ້ຂ້ອງໃຈໄດ້ 30 ຊົ່ວໂມງ ສອບເສັງຂຽນ ໄດ້ 50 ຊົ່ວໂມງ, ເສັງປາກເປົ່າລະດັບ ສມສປຊ ໄດ້ 42 ຊົ່ວໂມງ, ລົງຮາກຖານ ໄດ້ 49 ຊົ່ວໂມງ, ລົງ ເກັບກໍາຂໍ້ມູນຂຽນບົດປ້ອງກັນໄດ້ 48 ຊົ່ວໂມງ, ລວມປະຕິບັດໄດ້ທັງໝົດ 1.192 ຊົ່ວໂມງ ເທົ່າກັບ 93,12 %.

ລະບົບຊັ້ນຕົ້ນໄລຍະສັ້ນ 3 ເດືອນ: ມີ 490 ຊົ່ວໂມງ ເທົ່າກັບ 15 ໜ່ວຍກິດ, ມີ 9 ວິຊາຮຽນ, ບັນຍາຍປະຕິບັດໄດ້ 156 ຊົ່ວໂມງ, ຄົ້ນຄວ້າ ແລະ ທວນເສັງໄດ້ 63 ຊົ່ວໂມງ ເສັງຂຽນ ໄດ້ 27 ຊົ່ວໂມງ, ສຳມະນາຫ້ອງໄດ້ 63 ຊົ່ວໂມງ ທວນເສັງ ສມປຊ ໄດ້ 50 ຊົ່ວໂມງ, ສອບເສັງປາກເປົ່າລະດັບ ສມປຊ ປະຕິບັດໄດ້ 35 ຊົ່ວໂມງ, ອອກແຮງງານ ໄດ້ 33 ຊົ່ວໂມງ, ໄປທັດສະນະສຶກສາໄດ້ 07 ຊົ່ວໂມງ ແລະ ຂຽນບົດລາຍງານເພີ່ມ ໄດ້ 35 ຊົ່ວໂມງ ລວມທັງໝົດປະຕິບັດ ໄດ້ 469 ຊົ່ວໂມງ ເທົ່າກັບ 95,71%, ໄດ້ສະໜອງປຶ້ມແບບຮຽນລະບົບຊັ້ນຕົ້ນ 3 ເດືອນ ໄດ້ 450 ຫົວ.

ຈັດຝຶກອົບຮົມທິດສະດີການເມືອງ – ການປົກຄອງ ລະບົບ 45 ວັນ ໄດ້ 13 ຊຸດ, ມີນັກສຶກສາທັງໝົດ 754 ສະຫາຍ, ຍິງ 223 ສະຫາຍ, ໃນນັ້ນ ຈັດຢູ່ຂັ້ນເມືອງ ໄດ້ 11 ຊຸດ, ມີ 656 ສະຫາຍ, ຍິງ 188 ສະຫາຍ, ໄດ້ສະໜອງປື້ມແບບຮຽນລະບົບບຳລຸງ 45 ວັນ ໄດ້ 3.770 ຫົວ, ລະບົບບຳລຸງໄລຍະສັ້ນ 10 ວັນໃຫ້ເລຂາພັກບ້ານ, ນາຍບ້ານ ຊຶ່ງມີຈໍານວນຫົວຂໍ້ທີ່ນໍາມາສະເໜີຂຶ້ນຫ້ອງທັງໝົດມີ 19 ຫົວຂໍ້, ຊົ່ວໂມງຂຶ້ນຫ້ອງບັນຍາຍທັງໝົດມີ 70 ຊົ່ວໂມງ ເທົ່າກັບ 4,4 ໜ່ວຍກິດ ແລະ ໄດ້ສະໜອງປຶ້ມແບບຮຽນ ລະບົບ 10 ວັນ ໄດ້ 1.809 ຫົວ.

About admins16