ໂຮງຮຽນການເມືອງ – ການປົກຄອງ ສ້າງແຜນການກຳນົດພະນັກງານນຳພາ-ຄຸ້ມຄອງ

ກອງປະຊຸມສະຫຼຸບວຽກງານການຈັດຕັ້ງປະຕິບັດ ວຽກງານການຂຶ້ນແຜນກຳນົດພະນັກງານ ນຳພາ – ຄຸ້ມຄອງ ໃນໄລຍະຜ່ານມາ ແລະ ທາບທາມບຸກຄາລາກອນ ຂອງໂຮງຮຽນການເມືອງ-ການປົກຄອງແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 25 ມີນາ 2021 ຢູ່ຫ້ອງປະຊຸມຂອງຕົນ ເປັນປະທານໂດຍທ່ານ ພູເຂົາເງິນ ອິນທະວົງ ຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງ.

ໃນກອງປະຊຸມ ໄດ້ຮັບຟັງການສະຫຼຸບຕີລາຄາຄືນ ຜົນຂອງການຈັດຕັ້ງປະຕິບັດ ແຜນການກຳນົດພະນັກງານນຳພາ – ຄູ້ມຄອງ ໃນໄລຍະຜ່ານມາ ເຫັນວ່າ ມີຜົນສຳເລັດຫຼາຍດ້ານ ໂດຍຄະນະໂຮງຮຽນການເມືອງ-ການປົກຄອງ ໄດ້ປະສານສົມທົບກັບຄະນະຊີ້ນຳ-ນຳພາຄູ້ມຄອງຂັ້ນແຂວງ ໄດ້ຂຶ້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໃນສະເພາະໜ້າ ແລະ ຍາວນານ, ສ້າງໃຫ້ໄດ້ແຜນກຳນົດພະນັກງານທີ່ມີຄຸນນະພາບ ແລະ ສາມາດເປັນໄປໄດ້ໃນການຈັດຕັ້ງປະຕິບັດຕົວຈິງ ເພື່ອເປັນບ່ອນອີງໃນການຂຶ້ນແຜນບຳລຸງ-ກໍ່ສ້າງ, ການຊັບຊ້ອນຈັດວາງພະນັກງານ ເຂົ້າແຕ່ລະຕຳແໜ່ງງານຕາມຄວາມເໝາະສົມ.

ຜ່ານການຈັດຕັ້ງປະຕິບັດ ເຫັນວ່າຕໍາແໜ່ງຫົວໜ້າໂຮງຮຽນ 1 ຕໍາແໜ່ງ ປະຕິບັດໄດ້ຕາມແຜນກຳນົດໄວ, ຕຳແໜ່ງຮອງຫົວໜ້າໂຮງຮຽນ ປະຕິບັດໄດ້ຕາມແຜນກຳນົດໄວ ກວມເອົາ 50% ຂອງຈຳນວນຕຳແໜ່ງຮອງ, ຫົວໜ້າຂະແໜງ 4 ຕໍາແໜ່ງ ສາມາດປະຕິບັດບັນລຸຕາມແຜນ 2 ຕຳແໜ່ງ, ບໍ່ບັນລຸ 2 ຕຳແໜ່ງ ແລະ ຕໍາແໜ່ງຮອງຂະແໜງ 4 ຕໍາແໜ່ງ ບັນລຸໄດ້ຕາມແຜນ 2 ຕຳແໜ່ງ.

ສຳລັບວຽກງານການບຳລຸງກໍ່ສ້າງພັກ – ພະນັກງານ ເຫັນວ່າສະມາຊິກພັກ – ພະນັກງານ ໄດ້ຮັບການຍົກລະດັບທາງດ້ານທິດສະດີ ແລະ ດ້ານວິຊາສະເພາະ ຢູ່ພາຍໃນປະເທດ ແລະ ຕ່າງປະເທດ.

ກອງປະຊຸມຄັ້ງນີ້ ຍັງໄດ້ເຜີຍແຜ່ມະຕິຕົກລົງສະບັບເລກທິ 032/ກມສພ ລົງວັນທີ 3 ມັງກອນ 2018 ວ່າດ້ວຍວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄູ້ມຄອງ, ນິຕິກຳອື່ນໆ ແລະ ຮັບຟັງການແນະນຳ ກ່ຽວກັບເງື່ອນໄຂ, ຂັ້ນຕອນການທາບທາມ, ພ້ອມກັນນັ້ນ ຍັງໄດ້ມີການປ່ອນບັດ ຄັດເລືອກບຸກຄາລາກອນຮອບທີ 1 ເພື່ອບັນຈຸເຂົ້າໃນການຂຶ້ນແຜນກຳນົດພະນັກງານ ນຳພາ – ຄຸ້ມຄອງ ຂອງສະຫະພັນກຳມະບານແຂວງ ແຕ່ປີ 2021-2025.

About admins14