ໂຮງງານຜະລິດແປ້ງມັນຕົ້ນ ເມືອງຄໍາເກີດ ແລະ ເມືອງວຽງທອງ ປະກອບສ່ວນຕ້ານ COVID-19

ໃນວັນທີ 17 ກັນຍາ 2021 ຢູ່ຫ້ອງວ່າການແຂວງ ທ່ານ ຮວ່າງຄັກຮືງ ອໍານວຍການໂຮງງານຜະລິດແປ້ງມັນຕົ້ນ ເມືອງຄໍາເກີດ ແລະ ເມືອງວຽງທອງ ໄດ້ນໍາເງິນຈຳນວນ 20.000.000 ກີບ ມາມອບໃຫ້ແຂວງບໍລິຄໍາໄຊ ເພື່ອປະກອບສ່ວນໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ໃຫ້ກຽດຮັບໂດຍ ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ ປະທານຄະນະກຳມະການສະເພາະກິດຂັ້ນແຂວງ ເພື່ອປ້ອງກັນ, ຄວບຄູມ ແລະ ການແກ້ໄຂ ການລະບາດພະຍາດອັກເສບປອດ ເຊື້ອຈຸລະໂລກສາຍພັນໃໝ່ໂຄວິດ-19 ຊ້ອງໜ້າໂດຍຄະນະສະເພາະກິດຂັ້ນແຂວງ, ພະແນກການ ແລະ ພາກສ່ວນທີ່ກຽ່ວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ໃນໂອກາດນີ້ທ່ານຮອງເຈົ້າແຂວງບໍລິຄຳໄຊ ໄດ້ຕາງໜ້າໃຫ້ການນຳແຂວງບໍລິຄຳໄຊ ກ່າວຄຳຂອບໃຈ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ອຳນວຍການໂຮງງານຜະລິດແປ້ງມັນຕົ້ນ ເມືອງຄໍາເກີດ ແລະ ເມືອງວຽງທອງ ທີ່ເປັນສ່ວນໜຶ່ງໃນການສົມທົບທຶນຊຸກຍູ້ຊ່ວຍເຫຼືອ ໃນການເຄື່ອນໄຫວປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໃນຄັ້ງນີ້ ແລະ ເພື່ອເປັນການຍ້ອງຍໍສັນລະເສີນ ແລະ ເປັນການຍັງຢືນຕໍ່ຜົນງານຄວາມດີ ແຂວງບໍລິຄໍາໄຊ ຍັງໄດ້ມອບໃບຍ້ອງຍໍ ໃຫ້ອຳນວຍການໂຮງງານຜະລິດແປ້ງມັນຕົ້ນ ເມືອງຄໍາເກີດ ແລະ ເມືອງວຽງທອງ ໃຫ້ກຽດມອບໂດຍທ່ານ ຄໍາແຫວນ ປັນຍານຸວົງ.

About admins14