ໂຮງງານປຸງແຕ່ງໄມ້ ສຳເລັດຮູບ vls ມອບບານປະຕູ ແລະ ປ່ອງຢ້ຽມ ຊ່ວຍຄອບຄົວບໍ່ທັນພົ້ນທຸກເມືອງປາກຊັນ

ຕອນເຊົ້າຂອງມື້ວານນີ້ ໂຮງງານປຸງແຕ່ງໄມ້ ສຳເລັດຮູບ vls ໄດ້ນຳເອົາວົງກົບປ່ອງຢ້ຽມ ພ້ອມດ້ວຍບານປ່ອງຢ້ຽມ ຈຳນວນ 60 ຊຸດ  ລວມມູນຄ່າທັງມົດ 25.500.000 ກີບ ມອບໃຫ້ແກ່ເມືອງປາກຊັນ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂຄວາມທຸກຍາກແກ່ປະຊາຊົນເພື່ອປຸກສ້າງທີ່ຢູ່ອາໄສໃຫ້ແກ່ຄອບຄົວທີ່ບໍ່ທັນພົ້ນທຸກ ຂາດທີ່ຢູ່ອາໄສ ພາຍໃນເມືອງປາກຊັນ, ເປັນກຽດກ່າວມອບໂດຍທ່ານ ຄຳແພງ ແກ້ວມະນີໄຊ ອຳນວຍການໂຮງງານປຸງແຕ່ງໄມ້ສຳເລັດຮູບ vls ແລະ ກ່າວຮັບໂດຍ ທ່ານ ໄມຈອມ ວັນນະສານຄຳ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງປາກຊັນ ໂດຍມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

About admin11