ໂຍທາ ແລະ ປກສ ແຂວງ ສືບຕໍ່ລົງໂຄສະນາກົດລະບຽບຈະລາຈອນ ແລະ ການຂັບຂີ່ປອດໄພຢູ່ ມສ ຜາເມືອງ ເມືອງ ບໍລິຄັນ

ໃນວັນທີ 15 ກັນຍາ 2022 ພະແນກໂຍທາທິການ ແລະ ຂົນສົ່ງ ສົມທົບກັບພະແນກຕໍາຫຼວດຈະລາຈອນ ປກສ ແຂວງ ບໍລິຄໍາໄຊ ໄດ້ສືບຕໍ່ລົງໂຄສະນາເຜີຍແຜ່ກົດລະບຽບຈະລາຈອນ ແລະ ການຂັບຂີ່ປອດໄພ ທີ່ໂຮງຮຽນ ມໍສໍ ຜາເມືອງ ເມືອງບໍລິຄັນ ນໍາພາໂດຍ ທ່ານ ບຸນທໍາ ຄໍາມະວົງ ຫົວໜ້າຂະແໜງຂົນສົ່ງ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ພ້ອມດ້ວຍທີມງານ, ເປັນກຽດເຂົ້າຮ່ວມຮັບຟັງໂດຍ ທ່ານ ຄໍາສອນ ສິດທິປັນຍາ ອໍານວຍການໂຮງຮຽນ ມໍສໍ ຜາເມືອງ ພ້ອມດ້ວຍນ້ອງນັກຮຽນ ເຂົ້າຮ່ວມ.

ໂອກາດນີ້ ບັນດາຄະນະຮັບຜິດຊອບຈາກ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ, ກອງໂຄສະນາ ພະແນກຕໍາຫຼວດຈະລາຈອນ ປກສ ແຂວງ, ໄດ້ພັດປ່ຽນກັນເຜີຍແຜ່ເອກະສານທີ່ສໍາຄັນເຊັ່ນ: ກົດໝາຍວ່າດ້ວຍການຈະລາຈອນທາງບົກ, ບັນດາເຄື່ອງໝາຍ, ປ້າຍຫ້າມ, ປ້າຍເຕືອນອັນຕະລາຍ, ປ້າຍກໍານົດ, ປ້າຍບອກສິດ, ປ້າຍແນະນໍາຈຸດໝາຍປາຍທາງ, ສາລະບານເດີນລົດ, ລະບຽບວ່າດ້ວຍການຍ່າງ, ການຂີ່ລົດຖີບ, ການຂັບຂີ່ລົດຈັກ, ລົດໃຫຍ່, ການຂັບຂີ່ລົດໄຖນາເດີນຕາມ.

ຈາກນັ້ນ ໄດ້ສາຍພາບວິດີໂອຈາກການບັນທຶກພາບເຫດການເກີດອຸບັດຕິເຫດ, ເຊິ່ງຍົກໃຫ້ເຫັນສາເຫດຕົ້ນຕໍການເກີດອຸບັດຕິເຫດຢູ່ຕາມເສັ້ນທາງຕ່າງໆ ທີ່ເກີດຈາກຂາດການກວດກາສະພາບເຕັກນິກລົດ, ດື່ມສິ່ງມຶນເມົາແລ້ວຂັບລົດ, ການໃຊ້ຄວາມໄວເກີນກໍານົດ, ບໍ່ປ່ອຍສິດ, ລ້ຽວຊ້າຍ – ລ້ຽວຂວາ ແລະ ປ່ຽນທິດທາງເດີນກະທັນຫັນ, ການແຊງບໍ່ຮັບປະກັນ, ທີ່ສ້າງຄວາມເສຍຫາຍທາງດ້ານຊັບສິນ, ຊີວິດ ແລະ ສຸຂະພາບ ໃຫ້ບັນດານ້ອງນັກຮຽນໄດ້ຮັບຮູ້, ເຂົ້າໃຈຕໍ່ຜົນຮ້າຍ ແລະ ໄພອັນຕະລາຍດັ່ງກ່າວ ພ້ອມທັງເນັ້ນໜັກໃຫ້ນ້ອງນັກຮຽນທຸກຄົນ ຈົ່ງພ້ອມກັນນໍາເອົາຄວາມຮູ້ກ່ຽວກັບກົດລະບຽບຈະລາຈອນໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ເພື່ອປ້ອງກັນຕົນເອງ ແລະ ຜູ້ຮ່ວມໃຊ້ລົດໃຊ້ຖະໜົນໃຫ້ມີຄວາມປອດໄພຈາກອຸບັດຕິເຫດ, ພ້ອມກັນເອົາໃຈໃສ່ຄົ້ນຄ້ວາ, ຮໍ່າຮຽນ, ຝຶກຝົນຕົນເອງໃຫ້ເປັນນັກຮຽນດີ, ຮຽນເກັ່ງ, ເປັນລູກທີ່ດີ ແລະ ເປັນຜູ້ສືບທອດທີ່ດີຂອງຊາດໃນອະນາຄົດ.

ໂອກາດດຽວກັນ ຍັງໄດ້ຈັດກິດຈະກໍາ ໃຫ້ນ້ອງນັກຮຽນຂື້ນຕອບຄໍາຖາມກ່ຽວກັບການປະຕິບັດກົດລະບຽບຈະລາຈອນ, ການຂັບຂີ່ພາຫານະຕາມທ້ອງຖະໜົນຢ່າງຖືກຕ້ອງ ພ້ອມທັງມອບຂອງຂັວນລາງວັນປະເພດເສື້ອຢືດໃຫ້ກັບນ້ອງນັກຮຽນຜູ້ທີ່ຕອບຄໍາຖາມຖືກຕ້ອງ 3 ຄໍາຖາມຕິດຕໍ່ກັນ ໃຫ້ກຽດຂື້ນມອບຂອງລາງວັນໂດຍ ທ່ານ ບຸນທໍາ ຄໍາມະວົງ ຫົວໜ້າຂະແໜງຂົນສົ່ງ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ.

About admins14