ໂຄງການ ກໍ່ສ້າງເຂື່ອນໄຟຟ້ານ້ຳເທີນ1 ມອບເງິນກອງທຶນພັດທະນາບ້ານຈັດສັນຫ້ວຍຫອຍ

    ຕອນເຊົ້າຂອງວັນທີ 27 ພຶດສະພາ 2022 ຢູ່ສະໂມສອນບ້ານຫ້ວຍຫອຍ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດພິທີມອບ – ຮັບເງິນ 413 ລ້ານກີບ ແລະ ເຄື່ອງຄອມພີວເຕີ ຈໍານວນໜຶ່ງ ໃຫ້ກອງທຶນທຸລະກິດຮ່ວມໝູ່ບ້ານຫ້ວຍຫອຍ ຂອງໂຄງການເຂື່ອນໄຟຟ້ານໍ້າເທິນ 1, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກພັກ-ພະນັກງານຂັ້ນເມືອງ, ມີພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ເມືອງ, ບໍລິສັດ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

     ໃນການມອບ – ຮັບເງິນກອງທຶນຄັ້ງນີ້ ກໍ່ເພື່ອນໍາມາສືບຕໍ່ບັນດາກິດຈະກໍາຂອງກຸ່ມທຸລະກິດຮ່ວມໝູ່ ທີ່ໄດ້ສ້າງຕັ້ງປະຕິບັດມາແຕ່ປີ 2020 ເພື່ອເປັນການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນໃຫ້ມີການພັດທະນາຄອບຄົວໃຫ້ມີຢູ່ມີກິນ, ມີລາຍຮັບກຸ້ມລາຍຈ່າຍ ແບບຍືນຍົງຕະຫຼອດໄປ, ເປັນກຽດມອບໂດຍ ທ່ານຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ ແລະ ກ່າວຮັບໂດຍທ່ານ ຕຽງ ໄຊຍະສານ ນາຍບ້ານຫ້ວຍຫອຍ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

About admin11