ໂຄງການແຜນງານລາວ/030 ຂອງ 4 ແຂວງເປົ້າໝາຍ ແລກປ່ຽນບົດຮຽນ ເພື່ອພັດທະນາແບບຢືນຍົງ

ກອງປະຊຸມແລກປ່ຽນຖອດຖອນບົດຮຽນ ແລະ ສິ່ງທ້າທ້າຍ ເພື່ອພັດທະນແບບຢືນຍົງ ໄດ້ຈັດຂຶ້ນໃນວັນທີ 4 ຕຸລາ 2022 ຢູ່ໂຮງແຮມອະມາຣີ ເມືຶອງວັງວຽງ ແຂວງວຽງຈັນ, ເປັນປະທານໂດຍທ່ານ ບຸນເສັງ ປະທໍາມະວົງ ຮອງເຈົ້າແຂວງ ປະທານຊີ້ນຳແຜນງານພັດທະນາທ້ອງຖິ່ນ ແຂວງບໍລິຄຳໄຊ ແລະ ທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງ ປະທານ ຊີ້ນຳແຜນງານພັດທະນາທ້ອງຖິ່ນ ແຂວງວຽງຈັນ, ມີກະຊວງ, ທີ່ປຶກສາສາກົນ ແລະ ຜູ້ປະສານງານໂຄງການ ແຜນງານລາວ/030, ພະແນກການ, ແຂວງ, ເມືອງເປົ້າໝາຍ ຈາກແຂວງບໍລິຄຳໄຊ, ບໍ່ແກ້ວ, ວຽງຈັນ ແລະ ແຂວງຄຳມ່ວນ ເຂົ້າຮ່ວມ.

ຈຸດປະສົງກອງປະຊຸມ ເພື່ອທົບທວນຂະບວນການຈັດຕັ້ງປະຕິບັດ ແລະ ແລກປ່ຽນບົດຮຽນ ກ່ຽວກັບບັນດາແຜນງານຕ່າງໆ ເພື່ອເຮັດໃຫ້ພາກສ່ວນທີ່ກ່ຽວຂ້ອງ ໄດ້ເຫັນເຖິງໝາກຜົນການດຳເນີນງານ, ການຈັດຕັ້ງປະຕິບັດວຽກແຜນງານລາວ/030, ຍົກໃຫ້ເຫັນເຖິງຈຸດດີ ແລະ ຈຸດທີ່ຄວນໄດ້ປັບປຸງ, ໂອກາດ ແລະ ສິ່ງທ້າທາຍ ໃຫ້ແກ່ການປັບປຸງ ນ້ຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດແຜນງານໃນໄລຍະຕໍ່ໄປ ໃຫ້ສາມາດບັນລຸບັນດາຜົນໄດ້ຮັບຕ່າງໆ ຕາມເປົ້າໝາຍທີ່ວາງໄວ້, ໂດຍສະເພາະແມ່ນການເພີ່ມທະວີ ຄວາມເປັນເຈົ້າການຂອງທາງພາກລັດ, ສ້າງຄວາມເຂັ້ມແຂງຮອບດ້ານໃນທຸກໆພາກສ່ວນ ໂດຍການໝູນໃຊ້ບັນດາເຄື່ອງມືຂອງລັດ ແລະ ແນວທາງນະໂຍບາຍຂອງພັກ-ລັດ ໃຫ້ສອດຄ່ອງ.

ກອງປະຊຸມຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 3 ວັນ ຈຶ່ງສຳເລັດ ແຕ່ 4 – 6 ຕຸລາ 2022, ໂດຍຈະໄດ້ຮັບຟັງການນໍາສະເໜີກ່ຽວກັບ ຈຸດສຳຄັນໃນແຜນພັດທະນາເສດຖະກິດສັງຄົມຄັ້ງທີ 9 ແລະ ແຜນພັດທະນາທ້ອງຖິ່ນ, ການສື່ສານທີ່ມີປະສິດທິພາບໃນອົງການ, ທັກສະການເປັນຜູ້ນຳທີ່ດີ ແລະ ການຄຸ້ມຄອງບໍລິການທີ່ດີ, ສະພາບພົ້ນເດັ່ນ ແລະ ຜົນສຳເລັດການຈັດຕັ່ງປະຕິບັດແຜນງານລາວ/030 ຈາກ 4 ແຂວງເປົ້າໝາຍ ແລະ ວຽກງານອື່ນໆ.

ພ້ອມກັນນັ້ນ ຜູ້ແທນກອງປະຊຸມ ຍັງຈະໄດ້ສົນທະນາແລກປ່ຽນບົດຮຽນ ໃນຫຼາຍວຽກງານສຳຄັນ ເປັນຕົ້ນແມ່ນການເຄື່ອນໄໄວວຽກງານພັດທະນາທີ່ຜ່ານມາ, ປັດຈຸບັນ ແລະ ອານາຄົດຂອງ ສປປ ລາວ, ການພັດທະນາການນໍາໃຊ້ທີ່ດິນຢ່າງຢືນຍົງ, ການພັດທະນາເສດຖະກິດຊຸມຊົນ ກົນໄກສຳຄັນຂອງການພັດທະນາຊົນນະບົດ, ການສ້າງຄວາມເຂັ້ມແຂງໃຫ້ພາກລັດ, ການສ້າງລາຍຮັບ ແລະ ປັບປຸງຊີວິດການເປັນຢູ່, ການຄຸ້ມຄອງງົບປະມານການເງິນ, ວຽກງານບໍລິຫານ ແລະ ວຽກງານອື່ນໆ.

About admins14