ໂຄງການກໍ່ສ້າງເສັ້ນທາງຊອຍບ້ານສົມສະໜຸກ ສຳເລັດແລ້ວ 60%

ທ່ານ ພັທ ສຸລິວັນ ຈັນທະວີ ຫົວໜ້າພະແນກກໍ່ສ້າງ ຜູ້ຊີ້ນຳວຽກງານກໍ່ສ້າງ ໃຫ້ສຳພາດໃນຄັ້ງວັນທີ 21 ພະຈິກ 2022 ໃຫ້ຮູ້ວ່າ: ໂຄງການກໍ່ສ້າງເສັ້ນທາງຊອຍບ້ານສົມສະໜຸກ ເມືອງຄຳເກີດ ແມ່ນໜື່ງໃນວຽກຮ່ວມພັດທະນາພື້ນຖານໂຄງລ່າງຂອງບໍລິສັດພັດທະນາຊົນນະບົດ ທີ່ຕິດພັນກັບເມືອງຄຳເກີດ ເປັນຕົ້ນວຽກກໍ່ສ້າງສ້ອມແປງທາງຮ່ອມ – ທາງຊອຍ ໃນຂົງເຂດເທດສະບານ ແມ່ນປະຕິບັດສຳເລັດຫຼາຍເສັ້ນທາງ – ຫຼາຍໂຄງການ ສ່ວນໃຫຍ່ແມ່ນຮູບແບບການປະກອບສ່ວນ, ການລະດົມທຶນ ແລະ ຮູບແບບຈາກການມີສ່ວນຮ່ວມໃນສັງຄົມ.

ໂຄງການກໍ່ສ້າງເສັ້ນທາງເບຕົ່ງ ແຕ່ທາງເລກ 1E ຫາທາງເບຕົ່ງ ບ້ານສົມສະໜຸກ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄລຍະທາງ 570 ແມັດ, ກວ້າງ 6 ແມັດ, ຄວາມໜາ 20 ຊັງຕີແມັດ ເຊີ່ງເຈົ້າຂອງໂຄງການແມ່ນ ພະແນກພະລັງງານ – ບໍ່ແຮ່ ແຂວງບໍລິຄຳໄຊ, ມູນຄ່າການກໍ່ສ້າງທັງໝົດ 1.200.000.000 ກີບ ໃນນັ້ນ ມີທືນພັດທະນາທ້ອງຖີ່ນຂອງບໍ່ຄຳ ຄຳເກີດແສນອຸດົມ ຈຳນວນ 599.930.810 ກີບ, ທືນປະກອບສ່ວນຂອງເມືອງ 350.000.000 ກີບ ແລະ ທືນປະກອບສ່ວນທາງດ້ານແຮງງານ, ກົນຈັກ, ນ້ຳມັນເຊື້ອໄຟ ຂອງບໍລິສັດລັດພັດທະນາຊົນນະບົດ ລວມມູນຄ່າ 250 ລ້ານ ກວ່າກີບ. ຮັບເໝົາກໍ່ສ້າງໂດຍບໍລິສັດພັດທະນາຊົນນະບົດ.

ຜ່ານການລົງມືກໍ່ສ້າງເຫັນວ່າໄດ້ພົບບັນຫາຫຍຸ້ງຍາກຫຼາຍສົມຄວນ ເປັນຕົ້ນແມ່ນລາຄາວັດສະດຸມີການເໜັງຕິງສູງ ເຮັດໃຫ້ຕົ້ນທືນການກໍ່ສ້າງສູງຂື້ນຖ້າທຽບໃສ່ການຄາດຄະເນການລົງທືນເບືອງຕົ້ນ, ການກໍ່ສ້າງເສັ້ນທາງຢູ່ເຂດຊຸມຊົນເຮັດໃຫ້ມີຜົນກະທົບຫຼາຍດ້ານ ເຊັ່ນ: ການຈະລາຈອນຫຍຸ້ງຍາກ, ຮື້ທໍ່ລະບາຍນ້ຳເກົ່າ ແລະອື່ນໆ ເຊີ່ງເປັນໜ້າວຽກເພີ້ມເປັນຜົນກະທົບຕໍ່ໄລຍະເວລາຂອງການກໍ່ສ້າງ.

ເສັ້ນທາງດັ່ງກ່າວ ມີໄລຍະເວລາກໍ່ສ້າງ 3 ເດືອນ ເລີ່ມລົງມືກໍ່ສ້າງມາແຕ່ ວັນທີ 15 ຕຸລາ 2022 ຮອດປະຈຸບັນກໍ່ສ້າງສຳເລັດແລ້ວ 60%, ຄາດວ່າທ້າຍເດືອນທັນວາ 2022 ນີ້ຈະສໍາເລັດ100%.

About admins16