ແມ່ຍິງເມືອງວຽງທອງ ດຳເນີນກອງປະຊຸມຄົບຄະນະ ຄັ້ງທີ 3 ສະໄໝທີ VII

   ໃນວັນທີ 16 ກຸມພາ 2022 ຫ້ອງການສະຫະພັນແມ່ຍີງເມືອງ ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານສະຫະພັນແມ່ຍີງເມືອງ ຄັ້ງທີ 3 ສະໄໝທີ VII ຂື້ນຢູ່ສະໂມສອນຫຼັງເກົ່າ ພາຍໃຕ້ການເປັນປະທານຂອງທ່ານ ນາງ ລຳພອນ ເທບວົງໄຊ ປະທານສະຫະ ພັນແມ່ຍີງເມືອງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ວັນຄຳ ເພັດໄຊຍະວົງ ຄະນະປະຈໍາພັກເມືອງ ປະ ທານ ແນວລາວສ້າງຊາດເມືອງ, ມີຄະນະບໍລິຫານງານແມ່ຍິງເມືອງ, ຄະນະໜ່ວຍອ້ອມຂ້າງເຂົ້າຮ່ວມ.

     ກອງປະຊຸມ ໄດ້ພ້ອມກັນຮັບຟັງການຜ່ານບົດສະຫຼຸບການເຄືອນໄຫວວຽກງານຮອບດ້ານ ຂອງສະຫະພັນແມ່ຍີງໄລຍະ 1 ປີຜ່ານມາ ແລະ ວາງທິດທາງແຜນການ 1 ປີ ຕໍ່ໜ້າ ໂດຍໄດ້ຍົກໃຫ້ເຫັນ 1 ປີ ຜ່ານມາ ສະຫະພັນແມ່ຍີງເມືອງ ໄດ້ເອົາໃຈໃສ່ສຶກສາອົບຮົບການເມືອງແນວຄິດໃຫ້ເອື້ອຍນ້ອງແມ່ຍີງເຂົ້າໃຈຕໍ່ການນຳພາຂອງພັກ – ລັດ, ໄດ້ເອົາໃຈໃສ່ປັບປຸງ ແລະ ຂະຫຍາຍການຈັດຕັ້ງສະຫະພັນແມ່ຍີງເມືອງ ມີ 6 ຮາກຖານມີ 32 ໜ່ວຍ, ຂະຫຍາຍສະມາຊີກໄດ້ 691 ຄົນ, ປະຈຸບັນ ມີສະມາຊິກແມ່ຍິງທັງໝົດ 3.877 ຄົນ, ແມ່ຍິງເກນອາຍຸ 15-45 ປີ ມີ 7.170 ຄົນ, ບ້ານ 3 ດີ 27 ບ້ານ, 6 ຮາກຖານ, 30 ໜ່ວຍ, ແມ່ຍີງ 3 ດີ ປະເພດ 1 ມີ 2.105 ຄົນ, ປະເພດ 2 ມີ 930 ຄົນ ແລະ ວຽກງານອື່ນກໍ່ໄດ້ມີການເຄື່ອນໄຫວເປັນປົກກະຕິ.

ກອງປະຊຸມໄດ້ຜ່ານທິດທາງແຜນການສຶບຕໍ່ປີ 2022, ຈາກນັ້ນ ຜູ້ເຂົ້າຮ່ວມກໍ່ໄດ້ຜັດປ່ຽນກັນຂື້ນປະກອບຄຳຄິດຄຳເຫັນຕໍ່ບົດສະຫຼຸບ ແລະ ທິດທາງແຜນການຢ່າງກົງໄປກົງມາເພື່ອຄວາມເປັນເອກະພາບ.

 

 

About admin11