ແມ່ຍິງເຂດພັດທະນາປາກທອນ ຝຶກອົບຮົມການແປຮູບຜະລິດຕະພັນປາແດກສຸກ ແລະ ສົ້ມປາຄໍ່

ໃນລະຫວ່າງວັນທີ 15-20 ກຸມພາ 2023 ຢູ່ບ້ານຂອນຂ້ວາງ ເມືອງປາກກະດິງ ແຂວງບໍລິຄຳໄຊ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ໄດ້ຈັດຝຶກອົບຮົມພາຍໄຕ້ຫົວຂໍ້ ” ສົ່ງເສີມ ແລະ ພັດທະນາຂະບວນການແປຮູບຜະລິດຕະພັນປາແດກສຸກ, ສົ້ມປາຄໍ່, ສ້າງມູນຄ່າເພີ່ມດ້ານການຫຸ້ມຫໍ່ ແລະ ການຕະຫຼາດ ຢູ່ເຂດພັດທະນາປາກທອນ ” ໂດຍມີການນຳຂັ້ນແຂວງ-ຂັ້ນເມືອງ, ຫ້ອງການທີ່ກ່ຽວຂ້ອງລົງຕິດຕາມ, ມີຄູຝຶກມາຈາກມະຫາວິທະຍາໄລແຫ່ງຊາດ ຄະນະກະເສດສາດ ວິທະຍາເຂດນາບົງ ພາກວິຊາເສດຖະກິດ ແລະ ເຕັກໂນໂລຊື່ອາຫານ, ມີສຳມະນາກອນແມ່ຍິງ ຈາກ 12 ບ້ານ ພາຍໃນເຂດ 4 ປາກທອນ ເຂົ້າຮ່ວມ.

ການຝຶກອົບຮົມຄັ້ງນີ້ ກໍ່ເພື່ອສົ່ງເສີມ ແລະ ພັດທະນາສີມື ການແປຮູບຜະລິດຕະພັນ, ສ້າງມູນຄ່າເພີ່ມດ້ານການຫຸ້ມຫໍ່ໃຫ້ມີຄວາມໂດດເດັ່ນ ກາຍເປັນສິນຄ້າສົ່ງອອກທັງພາຍໃນ ແລະ ພາຍນອກ, ໂດຍໄດ້ຮຽນຮູ້ທັງພາກທິດສະດີ ແລະ ປະຕິບັດຕົງຈິງ ເປັນຕົ້ນແມ່ນ: ຄວາມໝາຍຄວາມສຳຄັນຂອງການແປຮູບຜະລິດຕະພັນ, ເຕັກນິກການແປຮູບຜິດຕະພັນ, ການຈັດການຄວາມປອດໄພໃນອາຫານ, ເຕັກນິກການຫຸ້ມຫໍ່, ໂລໂກ່, ການສ້າງແຜນການຕະຫຼາດຜະລິດຕະພັນ ແລະ ໄດ້ປະຕິບັດຕົວຈິງການເຮັດປາແດກສຸກ ແລະ ສົ້ມປາຄໍ່.

ໂອກາດນີ້ ຍັງໄດ້ມີພິທີມອບໃບຢັ້ງຢືນໃຫ້ກັບນັກສຳມະນາກອນ ທີ່ເຂົ້າຮ່ວມການຝຶກອົບຮົມ ຈໍານວນ 36 ຄົນ ເປັນກຽດມອບໂດຍ ທ່ານ ສົມສະຫວັດ ມັງແກ້ວບິດາ ຮອງຫົວໜ້າຫ້ອງການອຸດສາຫະກຳ – ການຄ້າເມືອງ.

About admins14