ແມ່ຍິງຮາກຖານພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໄດ້ຮັບນາມມະຍົດເປັນແມ່ຍິງ 3 ດີ ປະຈຳປີ 2021

ພິທີມອບ – ຮັບ ໃບຢັ້ງຢືນ ແມ່ຍິງຮາກຖານພະແນກພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍລິຄຳໄຊ ເປັນແມ່ຍິງ 3 ດີ ປະຈຳປີ 2021 ແລະ ໃບຍ້ອງຍໍປະຈຳ 5 ປີ 2016 – 2020 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 14 ກໍລະກົດ 2022 ຢູ່ຫ້ອງປະຊຸມຂອງພະແນກ ຖວທ ແຂວງ, ໃຫ້ກຽດເປັນປະທານໂດຍທ່ານນາງ ຄຳໃບ ບໍລິວັນ ຮອງປະທານສະຫະພັນແມ່ຍິງແຂວງ, ທ່ານ ສົນທອງ ວີບຸນກວ້າງ ຮອງຫົວໜ້າພະແນກ ຖວທ ແຂວງ ແລະ ທ່ານ ນາງ ດອກບານ ຈັກວົງສາ ປະທານແມ່ຍິງຮາກຖານພະແນກ ຖວທ ແຂວງ, ມີຄະນະພັກຮາກຖານພະແນກ, ຄະນະແມ່ຍິງຮາກຖານ, ຫົວໜ້າໜ່ວຍ, ສະມາຊິກແມ່ຍິງພາຍໃນພະແນກ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈຳປີ 2021 ວ່າ: ປະຈຸບັນພາຍໃນຮາກຖານແມ່ຍິງພະແນກ ຖວທ ແຂວງ ມີສະມາຊິກ 42 ສະຫາຍ, ເປັນສະມາຊິກພັກ 27 ສະຫາຍ, ສຳຮອງ 3 ສະຫາຍ ເຊິ່ງໄດ້ແບ່ງອອກເປັນ 05 ໜ່ວຍໃນການຮ່ວມຊີວິດປະຈຳເດືອນ, ໃນການຮ່ວມຊີວິດປະຈໍາໄຕມາດ 3 ເດືອນແມ່ນລວມທົ່ວຮາກຖານຕໍ່ຄັ້ງ, ໄດ້ຈັດຕັ້ງເຜີຍແຜ່ເອກະສານເນື້ອໃນຂໍ້ແຂ່ງຂັນ 3 ດີ ໃຫ້ບັນດາສະຫາຍສະມາຊິກໄດ້ຮັບຮູ້ ແລະ ເຂົ້າໃຈ ໄດ້ 95% ຂຶ້ນໄປ.

ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງຂອງຂໍ້ແຂ່ງຂັນ 03 ດີ ເຫັນວ່າ ບັນດາສະຫາຍສະມາຊິກແມ່ຍິງ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງແຜນນະໂຍບາຍຂອງພັກ – ລັດ ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານທີ່ການຈັດຕັ້ງໄດ້ມອບໝາຍໃຫ້, ຕື່ນຕົວປະຕິບັດຮີດຄອງປະເພນີອັນດີງາມຂອງເຜົ່າ, ຂອງຊາດ, ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພ້ອມນັ້ນກໍ່ໄດ້ຕື່ນຕົວພັດທະນາຕົນເອງ, ຄອບຄົວ ແລະ ສັງຄົມ ໃຫ້ກາຍເປັນຄອບຄົວ 3 ດີ, ບຸກຄົນ 3 ດີ, ບັນດາການຈັດຕັ້ງກໍ່ເຫັນໄດ້ຄວາມສຳຄັນຂອງວຽກງານ 03 ດີ ເຮັດໃຫ້ການປະຕິບັດສິດສະເໝີພາບລະຫວ່າງຍິງ – ຊາຍໃນທົ່ວສັງຄົມກວ້າງຂວາງຂຶ້ນ.

ຜ່ານການຈັດຕັ້ງຂໍ້ແຂ່ງ ຂັນ 03 ດີ ເຮັດໃຫ້ຮາກຖານແມ່ຍິງ ສາມາດຄັດເລືອກໄດ້ພົນລະເມືອງດີ 42 ຄົນ, ພັດທະນາດີ 42 ຄົນ, ຄອບຄົວດີ 42 ຄອບຄົວ, ບຸກຄົນ 03 ດີ ປະເພດ 1 ຈຳນວນ 41 ຄົນ, ປະເພດ II ຈຳນວນ 01 ຄົນ.

ຈາກຜົນງານດັ່ງກ່າວ ເຮັດໃຫ້ແມ່ຍິງຮາກຖານພະແນກ ຖວທ ແຂວງ ໄດ້ຮັບນາມມະຍົດເປັນແມ່ຍິງ 3 ດີປະຈຳປີ 2021 ເປັນກຽດມອບໂດຍທ່ານ ນາງ ຄຳໃບ ບໍລິວັນ ຮອງປະທານສະຫະພັນແມ່ຍິງແຂວງ ແລະ ຕາງໜ້າຮັບໂດຍທ່ານ ນາງ ດອກບານ ຈັກວົງສາ ປະທານແມ່ຍິງຮາກຖານພະແນກ ຖວທ ແຂວງ ແລະ ທ່ານ ສົນທອງ ວີບຸນກວ້າງ ຮອງຫົວໜ້າພະແນກ ຖວທ ແຂວງ ເປັນກຽດມອບໃບຍ້ອງຍໍ ແລະ ໃບຊົມເຊີຍ ຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະຈຳ 5 ປີ ແລະ ຕາງໜ້າຮັບໂດຍຫົວໜ້າໜ່ວຍແມ່ຍິງ 5 ໜ່ວຍ.

About admins16