ແມ່ຍິງທ່າພະບາດ ເຊື່ອມຊືມມະຕິກອງປະຊູມຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ

ໃນວັນທີ 3 ພະຈິກ 2020 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງທ່າພະບາດ ແຂວງບໍລິຄຳໄຊ  ໄດ້ຈັດພິທີເຜີຍແຜ່ມະຕິຂອງກອງປະຊຸມຄົບຄະນະບໍລິຫານງານສູນກາງ ສະຫະພັນແມ່ຍິງລາວ ຄັ້ງທີ 06 ສະໄໜທີ VII ແລະ ບົດໂອ້ລົມຂອງ ທ່ານ ໄຊສົມພອນ ພົມວິຫານ ຕໍ່ກອງປະຊຸມດັ່ງກ່າວ ໃຫ້ກຽດເຜີຍແຜ່ໃນໂດຍ ທ່ານ ນາງ ສຸກສະຫວັນ ວົງສາ ຮອງປະທານສະຫະພັນແມ່ຍິງເມືອງທ່າພະບາດ ມີຄະນະບໍລິຫານງານສະຫະພັນແມ່ຍິງເມືອງ, ສະຫະພັນແມ່ຍິງຮາກຖານອ້ອມຂ້າງເມືອງ ເຂົາຮ່ວມ.

ກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຄັ້ງທີ 6 ສະໄໜທີ VII ໄດ້ດໍາເນີນເປັນເວລາ 5 ວັນເຕັມ ເລີ່ມແຕ່ວັນທີ 14-18 ກັນຍາ 2020 ທີ່ສູນອົບຮົມແມ່ຍິງລາວ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ກອງປະຊຸມ ໄດ້ຮັບຮອງເອົາບົດສະຫຼຸບຕີລາຄາ ການເຄື່ອນໄຫວວຽກງານຮອບດ້ານຂອງສະຫະພັນແມ່ຍິງໄລຍະ 9 ເດືອນ ຜ່ານມາ ແລະ ໄດ້ຄົ້ນຄ້ວາ ເຫັນດີເປັນເອກະພາບວາງທິດທາງແຜນການ ແລະ ວຽກງານຈຸດສຸມໃນໄລຍະ 3 ເດືອນທ້າຍປີ 202,0 ກອງປະຊຸມຄົບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຄັ້ງທີ 6 ສະໄໜທີ VII ໄດ້ສໍາເລັດຜົນຕາມລະດັບຄາດໜາຍທີ່ວາງໄວ້, ຜົນສຳເລັດດັ່ງກ່າວ ໄດ້ຢັ້ງຢືນເຖີງຄວາມເອົາໃຈໃສ່ ຊີ້ນຳ-ນຳພາ ຂອງຄະນະພັກ, ຄະນະປະທານ, ຄວາມເປັນເຈົ້າການ,ຄວາມສາມະຄີເອກະພາບ, ຄວາມຮັບຜິດຊອບຕໍ່ໜ້າທີການເມືອງ ແລະ ສຸມທຸກເຫື່ອແຮງ, ສະຕິປັນຍາ ເຂົ້າໃນການກະກຽມດຳເນີນກອງປະຊຸມຄັ້ງນີ້.

About admins14