ແພດຊ່ຽວຊານຕາ ໂຮງໝໍແຂວງບໍລິຄຳໄຊ ເດີນໜ້າ ສ້າງຮອຍຍີ້ມ ແລະ ສຽງຫົວ ໃຫ້ປະຊາຊົນ ໂດຍບໍ່ຄິດຄ່າຕອບແທນ


ໃນວັນທີ 13 ພະຈິກ 2020 ຢູ່ຫ້ອງປະຊຸມ ຫ້ອງການສາທາລະນະສຸກ ເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດຕາ ທີ່ໄດ້ຜ່າຕັດມາແຕ່ວັນທີ 12 ພະຈິກ 2020 (ຄົນເຈັບຜ່າຕັດແກ່ນຕາຂຸ້ນ) ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ບົວພັນ ອິນຄໍາມະວົງ ຮອງເຈົ້າເມືອງວຽງທອງ, ທ່ານ ດຣ ເພັດພະລານທອງ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງ, ທ່ານ ດຣ ບຸນຍັງ ພົມມະຈັນ ອໍານວຍການໂຮງໝໍແຂວງ ພ້ອມດ້ວຍທີມງານແພດຊ່ຽວຊານຕາ ແລະ ພໍ່ແມ່, ປະຊາຊົນຜູ້ມາບໍລິການຜ່າຕັດລະບົບຕາ ເຂົ້າຮ່ວມ.


ໃນພິທີ ທ່ານ ດຣ ບຸນຍັງ ພົມມະຈັນ ອໍານວຍການໂຮງໝໍແຂວງ ໄດ້ລາຍງານໄລຍະເລີ່ມລົງກວດກາລະບົບຕາ ຂອງປະຊາຊົນ ຢູ່ເມືອງວຽງທອງ ໂດຍມີປະຊາຊົນມາບໍລິການກວດຕາ 102 ຄົນ ໃນນັ້ນໄດ້ຜ່າຕັດຕາ 12 ຄົນ, ຍິງ 8 ຄົນ ເຊີ່ງການຜ່າຕັດຄັ້ງນີ້ ແມ່ນຜ່າຕັດຊີ້ນປົ່ງ ແລະ ແກ່ນຕາຂຸ້ນ.

     ຈາກນັ້ນ ຄະນະກໍ່ໄດ້ພ້ອມກັນເປີດຕາຄົນເຈັບ ທີ່ໄດ້ມາບໍລິການຜ່າຕັດຕາ ຢ່າງມີຄວາມເບີກບານມ່ວນຊື່ນ, ໂອກາດດຽວກັນນີ້ ທ່ານ ບົວພັນ ອິນຄໍາມະວົງ ຮອງເຈົ້າເມືອງວຽງທອງ ໄດ້ຍ້ອງຍໍຊົມເຊີຍທິມງານແພດຊ່ຽວຊານຕາໂຮງໝໍແຂວງ ທີ່ໄດ້ລົງມາຊ່ວຍເຫຼືອປະຊາຊົນ ໂດຍບໍ່ຄິດຄ່າຕອບແທນໃດໆ ໃຫ້ປະຊາຊົນຜູ້ມີບັນຫາລະບົບຕາ ເຂົາເຈົ້າກັບມາເບິ່ງເຫັນ ໃຊ້ຊິວີດເປັນປົກກະຕິ ແລະ ຍີ້ມຫົວໄດ້ເໝືອນຜ່ານມາ.

About admin11