ແຜນງານລາວ/030 ບໍລິຄຳໄຊ ສຸມໃສ່ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ແລະ ພື້ນຖານໂຄງລ່າງທີ່ຈໍາເປັນ

ຫຼາຍກິດຈະກຳໄດ້ຮັບຄວາມເອົາໃຈໃສ່ ແລະ ສຳເລັດຕາມແຜນການ ຢ່າງມີປະສິດທິພາບ ທ່ານ ນາງ ນິດດາພອນ ໄຊຍະພອນ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງບໍລິຄຳໄຊ ໄດ້ລາຍງານຕໍ່ກອງປະຊຸມແລກປ່ຽນຖອດຖອນບົດຮຽນ ແລະ ສິ່ງທ້າທ້າຍ ເພື່ອພັດທະນາແບບຢືນຍົງ ທີ່ຈັດຂຶ້ນໃນວັນທີ 4 ຕຸລາ 2022 ຢູ່ໂຮງແຮມອະມາຣີ ເມືຶອງວັງວຽງ ແຂວງວຽງຈັນ, ເປັນປະທານໂດຍທ່ານ ບຸນເສັງ ປະທໍາມະວົງ ຮອງເຈົ້າແຂວງ ປະທານຊີ້ນຳແຜນງານພັດທະນາທ້ອງຖິ່ນ ແຂວງບໍລິຄຳໄຊ ແລະ ທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງ ປະທານຊີ້ນຳແຜນງານພັດທະນາທ້ອງຖິ່ນ ແຂວງວຽງຈັນ, ມີພາກສ່ວນກ່ຽວຂ້ອງຈາກກະຊວງ, ແຂວງບໍລິຄຳໄຊ, ບໍ່ແກ້ວ, ວຽງຈັນ ແລະ ແຂວງຄຳມ່ວນ ທີ່ປຶກສາສາກົນ ແລະ ຜູ້ປະສານງານໂຄງການ ແຜນງານລາວ/030 ເຂົ້າຮ່ວມ.

ສຳລັບແຂວງບໍລິຄຳໄຊ ມີ 4 ເມືອງເປົ້າໝາຍ ຄື: ເມືອງບໍລິຄັນ, ວຽງທອງ, ໄຊຈໍພອນ ແລະ ຄຳເກີດ, ລວມມີ 77 ບ້ານເປົ້າໝາຍ, ໄລຍະຜ່ານມາ ໄດ້ສຸມໃສ່ຫຼາຍວຽກງານສຳຄັນ ແລະ ຍ້ອນການຮ່ວມມືຂອງຫຼາຍພາກສ່ວນ ເຮັດໃຫ້ວຽກງານໄດ້ຮັບການຈັດຕັ້ງປະຕິບັດ ແລະ ສຳເລັດຕາມເປົ້າໝາຍທີ່ວາງໄວ້, ສາມາດເຮັດສຳເລັດການຈັດຕັ້ງປະຕິບັດກອງທຶນພັດທະນາບ້ານ 476 ກິດຈະກຳ ແລະ ກໍາລັງປະຕິບັດ 10 ກິດຈະກຳ ຄາດວ່າຈະສຳເລັດ 100% ໃນທ້າຍເດືອນຕຸລາ 2022 ນີ້ ເຊິ່ງກອງທຶນດັ່ງກ່າວ ໄດ້ສ້າງຄອບຄົວຕົວແບບປູກຜັກອີນຊີ 1 ກຸ່ມ 15 ຄອບຄົວ, ລ້ຽງປາ ແລະ ກົບ 28 ຄອບຄົວ, ສວນຫຍ້າລ້ຽງສັດ ແລະ ລ້ຽງງົວທອມ 277 ຄອບຄົວ, ປູກຜັກຊີວະພາບ 40 ຄອບຄົວ, ບຸກເບີກເນື້ອທີ່ນາໃຫ້ຄອບຄົວທຸກຍາກ 32 ຄອບຄົວ ໃນ 2 ບ້ານ, ສ້າງອາຊີບດ້ານການຕັດຫຍິບ ໄດ້ 2 ຊຸດ 32 ຄົນ ແລະ ຍັງມີຫຼາຍກິດຈະກໍາ ທີ່ໄດ້ຮັບການສົ່ງເສີມ.

ການສ້າງພື້ນຖານໂຄງລ່າງ ສຳເລັດແລ້ວ 100% ມີທັງໝົດ 37 ກິດຈະກຳ ໂດຍສະເພາະແມ່ນ ສາມາດສ້າງໂຮງຮຽນປະຖົມ ໄດ້ທັງໝົດ 22 ຫຼັງ, ຫໍພັກນັກຮຽນຊົນເຜົ່າ 4 ກິດຈະກຳ, ລະບົບນ້ຳລິນ 8 ກິດຈະກຳ, ຂົວດາໂລ 1 ແຫ່ງ, ຂົວຂ້າມນ້ຳ 1 ແຫ່ງ ແລະ ຕະຫຼາດຊຸມຊົນ 1 ແຫ່ງ.

About admins14