ແຜນງານລາວ/030 ຍົກລະດັບການສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະກອງທຶນສິນເຊື່ອ 13 ບ້ານ

ໃນຕອນເຊົ້າຂອງວັນທີ 3 ຕຸລາ 2022 ທີມງານສະມາຄົມການເງິນຈຸລະພາກລາວ ສົມທົບກັບທິມງານສະຫະພັນແມ່ຍິງເມືອງ ໄດ້ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ຄະນະກອງທຶນສິນເຊື້ອບ້ານ ( ກສບ ) ຂອງແຜນງານລາວ/030 ຢູ່ຫ້ອງປະຊຸມເບີ 3 ຂອງຫ້ອງວ່າການເມືອງບໍລິຄັນ ພາຍໃຕ້ຫົວຂໍ້: ຄວາມຮູ້ພື້ນຖານທາງດ້ານການເງິນ, ການຂຽນແຜນທຸລະກິດຂະໜາດຄອບຄົວ, ທົບທວນຄືນການບັນທຶກບັນຊີ ( ກສບ ) ແລະ ການນໍາໃຊ້ຄອມພິວເຕີຂັ້ນພື້ນຖານຊຸດທີ່ 2 ຈໍານວນ 13 ບ້ານ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງໃບ ທອງໃສ ຮອງເຈົ້າເມືອງບໍລິຄັນ ທັງເປັນຜູ້ຊີ້ນໍາວຽກງານກອງທຶນສິນເຊື້ອຂອງແຜນງານລາວ/030, ມີຄູຝຶກມາຈາກແຂວງ, 13 ບ້ານເປົ້າໝາຍ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ເພື່ອໃຫ້ນັກສໍາມະນາກອນນໍາໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍຕໍ່ ໃຫ້ສະມາຊິກກໍ່ຄືປະຊາຊົນພາຍໃນບ້ານໃຫ້ຮູ້ຈັກການວາງແຜນນໍາໃຊ້ເງິນຢ່າງມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ເພື່ອປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ, ເພື່ອໃຫ້ຄະນະກອງທຶນສິນເຊື່ອບ້ານ ໄດ້ມີຄວາມຊຳນານ, ສາມາດເຮັດວຽກຕາມເຕັກນິກວິຊາການທາງດ້ານການບັນຊີ, ມີຄວາມຖືກຕ້ອງ, ຄົບຖ້ວນ, ມີຄວາມໜ້າເຊື່ອຖື ແລະ ສາມາດກວດສອບໄດ້, ອີງໃສ່ສະພາບປະຈຸບັນເທັກໂນໂລຊີແມ່ນມີຄວາມຈໍາເປັນຫຼາຍໃນຂົງເຂດວຽກງານຕ່າງໆ ເຊິ່ງຊ່ວຍໃຫ້ການເຮັດວຽກໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ກອງທຶນສິນເຊື່ອບ້ານ ຈຶ່ງມີຄວາມຈໍາເປັນໃນການນໍາໃຊ້ເຄື່ອງມືທີ່ທັນສະໄໝໃຫ້ດີຂຶ້ນ.

ໂອກາດນີ້ ທ່ານ ທອງໃບ ທອງໃສ ຮອງເຈົ້າເມືອງບໍລິຄັນ ໄດ້ມອບຄອມພິວເຕີ ແລະ ປິນເຕີຈໍານວນ 13 ຊຸດ ໃຫ້ແກ່ກອງທຶນສິນເຊື້ອບ້ານ ເພື່ອນໍາໃຊ້ເຂົ້າໃນວຽກງານຂອງຕົນ ພາຍໃຕ້ການສະໜັບສະໜູນຈາກແຜນງານລາວ/030, ຊຸດອົບຮົມໃນຄັ້ງນີ້ ຈະໄດ້ດຳເນີນໄປຈົນເຖິງວັນທີ 7 ຕຸລາ 2022 ຈຶ່ງຈະສຳເລັດ.

About admins16