ແຜນການ – ການລົງທຶນເມືອງຄຳເກີດ ສະຫຼຸບວຽກງານປະຈຳປີ 2022

ກອງປະຊຸມ ສະຫຼຸບວຽກງານຫ້ອງການແຜນການ ແລະ ການລົງທຶນເມືອງຄຳເກີດ ປະຈຳປີ 2022 ໄດ້ຈັດຂຶ້ນໃນວັນທີ 3 ກຸມພາ 2023 ທີ່ຫ້ອງປະຊຸມຂອງຕົນ ເປັນປະທານໂດຍ ທ່ານ ຄໍາສະຫວ່າງ ວັນມະນີ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງຄຳເກີດ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ແສງແກ້ວ ໃສມະນີ ຮອງເຈົ້າເມືອງຄຳເກີດ, ມີບັນດາຄະນະຫ້ອງການອ້ອມຂ້າງ, ຕະຫຼອດຮອດພະນັກງານຫ້ອງການຂອງຕົນ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຜ່ານບົດສະຫຼຸບວຽກງານໄລຍະຜ່ານມາ ເຫັນວ່າຫຼາຍວຽກງານໄດ້ຮັບການຈັດຕັ້ງປະຕິບັດ ແລະ ໄດ້ຮັບຜົນສໍາເລັດ ເປັນຕົ້ນແມ່ນ ເມືອງຄຳເກີດໄດ້ຮັບອະນຸມັດໂຄງການລົງທຶນຂອງລັດປະຈຳປີ 2022 ທັງໝົດ 27 ໂຄງການ ມູນຄ່າ 5.449.850.000 ກີບ, ຂັ້ນເມືອງຄຸ້ມຄອງ 9 ໂຄງການ ມູນຄ່າ 671.320.000 ກີບ, ໃນນັ້ນ ໄດ້ອອກໃບຢັ້ງຢືນຖອນງົບປະມານການຈັດຕັ້ງປະຕິບັດໂຄງການລົງທືນຂອງລັດປີ 2022 ທັງໝົດ 7 ໂຄງການ ລວມມູນຄ່າ 446.100.000 ກີບ, ກວມເອົາ 66% ຂອງແຜນອະນຸມັດ ແລະ ມີ 3 ໂຄງການມູນຄ່າ 291.100.000 ກີບ, ໄດ້ຮັບງົບປະມານຮ່ວງກອງທຶນທາງຫຼວງແຫ່ງຊາດ ປະຈໍາປີ 2021 ຂອງແຂວງບໍລິຄໍາໄຊ 1 ໂຄງການ ມູນຄ່າ 199.821.600 ກີບ.

ສັງລວມບົດສະເໜີໂຄງການຂອງຂະແໜງການເຂົ້າແຜນປີ 2023 ຈໍານວນ 5 ໂຄງການ, ສຳເລັດການລົງແຈກຢາຍເຕົາປະຢັດຟືນ ແລະ ການລົງຕິດຕາມ ການສົ່ງເສີມການນຳໃຊ້ເຕົາປະຢັດຟືນປະສິດທິພາບສູງ ຈໍານວນ 7.920 ໜ່ວຍ, ມູນຄ່າ 2.767.500.000 ກີບ ໃນ 27 ບ້ານເປົ້າໝາຍຂອງແຜນງານລາວ/030.

ຈາກນັ້ນ ຍັງໄດ້ມີພິທີມອບໃບຍ້ອງຍໍ ຈຳນວນ 7 ໃບ ແລະ ໃບຊົມເຊີຍ 1 ໃບ, ໃຫ້ພະນັກງານທີ່ມີຜົນງານດີເດັ່ນໃນ 1 ປີຜ່ານມາ ເຊິ່ງກ່າວມອບໂດຍທ່ານ ແສງແກ້ວ ໃສມະນີ ຮອງເຈົ້າເມືອງຄຳເກີດ.

About admins14