ແນວລາວສ້າງຊາດເມືອງຄຳເກີດ ຈັດກອງປະຊຸມຄົບຄະນະ ຄັ້ງທີ່ 2 ສະໄໝທີ 9

ໃນຕອນເຊົ້າຂອງວັນທີ 2 ກັນຍາ 2021 ທີ່ຫ້ອງປະຊຸມຫ້ອງວ່າການເມືອງຄໍາເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມສາມັນຄົບຄະນະກໍາມະການແນວລາວສ້າງຊາດເມືອງ ຄັ້ງທີ່ 2 ສະໄໝທີ 9 ໂດຍການເປັນປະທານຂອງທ່ານ ຄໍາໝັ້ນ ໄຊຍະວົງ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ ເປັນປະທານຮ່ວມໂດຍທ່ານ ບຸນຄໍາ ໄຊເຍ່ຍລໍວື່ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ , ທ່ານ ເພັດສະໃໝ ໄຊຍະທິຈັກ ເລຂາພັກເມືອງ ເຈົ້າເມືອງຄໍາເກີດ, ມີຄະນະກໍາມະການແນວລາວສ້າງຊາດເມືອງ ຫ້ອງການອ້ອມຂ້າງ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນມາ ມະນີວົງ ຮອງປະທານແນວລາວສ້າງຊາດເມືອງ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານຄະນະກໍາມະການແນວລາວສ້າງສ້າງຊາດເມືອງໃນໄລຍະ 1 ປີຜ່ານມາ ໂດຍຍົກໃຫ້ເຫັນວ່າ: ເມືອງຄໍາເກີດ ປະກອບມີຫຼາຍຊົນເຜົ່າຢູ່ຮ່ວມກັນ ແຕ່ລະເຜົ່າມີມູນເຊື້ອດຸໝັ່ນໃນການອອກແຮງງານ, ມີຄວາມສາມັກຄີປອງດອງຊ່ວຍເຫຼືອເຊີ່ງກັນ ແລະ ກັນ ພາຍໃຕ້ການນໍາພາຂອງພັກ, ມີສະຕິຕື່ນຕົວເປັນເຈົ້າຕົນເອງໃນຖັນແຖວກໍາມະກອນ ແລະ ຊາວຜູ້ອອກແຮງງານ, ທຸກພາກສ່ວນໄດ້ຕັ້ງຫນ້າຮັກສາມູນເຊື້ອອັນດີງາມຂອງຕົນ ພ້ອມທັງພັດທະນາເສດຖະກິດສັງຄົມ ທີ່ອົງຄະນະພັກເມືອງວາງອອກດ້ວຍຄວາມຮັບຜິດຊອບສູງ, ສຸມໃສ່ສ້າງຂະບວນການຫັນລົງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ໄດ້ເຮັດໃຫ້ບ້ານຫ່າງໄກສອກຫຼີກ ມີການພັດທະນາຢ່າງຕໍ່ເນື່ອງ, ກາຍເປັນບ້ານລົບລ້າງຄວາມທຸກຍາກເທື່ອລະກ້າວ, ບ້ານທີ່ເປັນໃຈກາງກຸ່ມບ້ານພັດທະນາ ໄດ້ກາຍເປັນສີສັນຕົວເມືອງນ້ອຍຢູ່ຊົນນະບົດ.

ໃນ 01 ປີຜ່ານມາ ສາມາດຈັດພິທີປະກາດຮັບຮອງເອົາ 09 ບ້ານ ແລະ 2.078 ຄອບຄົວ ເປັນຄອບຄົວ ແລະ ບ້ານສາມັກຄີປອງດອງ ເທົ່າກັບ 90 % ຂອງແຜນປີ, ມາຮອດປະຈຸບັນ ທົ່ວເມືອງຄໍາເກີດ ສາມາດປະກາດຮັບຮອງເປັນບ້ານສາມັກຄີປອງດອງແລ້ວ 61 ບ້ານ, ເທົ່າກັບ 98,38% ຂອງບ້ານທັງຫມົດ, ມີຄອບ ຄົວສາມັກຄີປອງດອງ 11.671 ຄອບຄົວ, ເທົ່າກັບ 92,44 % ຂອງຄອບຄົວທັງຫມົດພາຍໃນເມືອງ ແລະ ຈັດພິທີຮັບຮອງເມືອງຄໍາເກີດ ເປັນເມືອງຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂອງແນວລາວສ້າງຊາດ ໃນວັນທີ 27 ພະຈິກ 2020 ຢ່າງສົມກຽດ.

ໃນກອງປະຊຸມ ໄດ້ມອບໃບຍ້ອງຍໍ 98 ໃບ, ໃບຊົມເຊີຍ 23 ໃບ ແລະ ໃບຂອບໃຈ 5 ໃບ ໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນໃນວຽກງານອົງການແນວລາວສ້າງຊາດຂັ້ນເມືອງ ກ່າວມອບໂດຍ ທ່ານ ເພັດສະໃໝ ໄຊຍະທິຈັກ ເລຂາພັກເມືອງເຈົ້າ ເມືອງຄໍາເກີດ.

About admin11