ແຂ່ງຂັນກິລາເປຕັງ ຊິງຂັນເຈົ້າເມືອງປາກກະດິງ ເພື່ອຂ່ຳນັບຮັບຕ້ອນວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ

 

ໃນລະຫວ່າງວັນທີ 30 ພະຈິກ ຫາ 1 ທັນວາ 2020 ນີ້ ຢູ່ທີ່ເດີ່ນກິລາເປຕັງ ສະໂມສອນດອກປີກໄກ່ຂອງເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດງານແຂ່ງຂັນກິລາເປຕັງທີມຊຸດ (ຊາຍ) ຊິງຂັນເຈົ້າເມືອງປາກກະດິງ, ມີຕົວແທນຂອງແຕ່ລະກອງກໍ່ສ້າງຮາກຖານການເມືອງ, ບ້ານໃຫຍ່, ບັນດາຫ້ອງການອ້ອມຂ້າງເມືອງ, ບໍລິສັດ, ໂຮງງານ ແລະ ວິສາຫະກິດ ເຂົ້າຮ່ວມແຂ່ງຂັນ.

ການແຂ່ງຂັນ ໄດ້ແບ່ງອອກເປັນ 2 ສາຍ ຄື: ເປຕັ່ງການນຳອາວຸໂສ ມີທັງໝົດ 40 ທີມ  ແລະ ກິລາເປຕັ່ງຊາຍທົ່ວໄປ ມີທັງໝົດ 21 ທີມ. ການແຂ່ງຂັນໄດ້ດຳເນີນໄປດ້ວຍຄວາມຟົດຟື້ນມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມສາມັກຄີ.

ຜ່ານການແຂ່ງຂັນເປຕັ່ງການນຳອາວຸໂສອັນ ຊະນະເລີດໄດ້ແກ່ ບໍລິສັດໄຟຟ້ານ້ຳເທີນ 1 ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 1 ລ້ານກີບ, ອັນດັບທີ 2 ໄດ້ແກ່ ໂຮງງານນ້ຳກ້ອນເຮືອງອານົງ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ  5 ແສນກີບ, ອັນດັບທີ 3 ຮ່ວມ ໄດ້ແກ່ ການນຳຫ້ອງການໂຄສະນາ ແລະ ການນຳຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຮັບເງິນສົດທີມລະສອງແສນກີບ.

ຜົນການແຂ່ງຂັນກິລາເປຕັ່ງຊາຍທົ່ວໄປ ຊະນະເລີດ ໄດ້ແກ່ ກອງກໍ່ສ້າງຮາກຖານເຂດ 2 ທົ່ງນາມີ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງີນສົດ 1 ລ້ານກີບ, ອັນດັບທີ 2 ໄດ້ແກ່ ຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຮັບເງິນສົດ 8 ແສນກີບ, ອັນດັບທີ 3 ຮ່ວມ ໄດ້ແກ່ ກອງບັນຊາການທະຫານເມືອງ ແລະ ຫ້ອງການພາຍໃນ ໄດ້ຮັບເງິນສົດ ທີມລະສາມແສນກີບ.

About admin11