ແຂວງເລີ່ມດົງ ສສ ຫວຽດນາມ ມອບເງິນ 10 ກ່ວາພັນ ໂດລາສະຫະລັດ ຕ້ານໂຄວິດຢູ່ແຂວງບໍລິຄໍາໄຊ

ໃນວັນທີ 20 ຕຸລາ 2021 ຢູ່ຫ້ອງຮັບຮອງຂອງແຂວງ ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ເປັນກຽດຮັບເງິນຈາກ ແຂວງເລີ່ມດົງ ສສ ຫວຽດນາມ ຈຳນວນ 10.909 ໂດລາສະຫະລັດ ເພື່ອເປັນການປະກອບສ່ວນເຂົ້າໃນຂະບວນການຕ້ານໂຄວິດ-19 ຢູ່ແຂວງ ບໍລິຄໍາໄຊ ຕາງໜ້າມອບໂດຍທ່ານ ອຸດົມ ວົງໄກສອນ ຫົວໜ້າພະແນກການຕ່າງປະເທດແຂວງບໍລິຄຳໄຊ ໂດຍມີຫົວໜ້າຫ້ອງວ່າການແຂວງ ພ້ອມດ້ວຍພະນັກງານຈາກຫ້ອງວ່າການແຂວງ ແລະ ພະແນກການຕ່າງປະເທດແຂວງເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດນີ້ ທ່ານຮອງເຈົ້າແຂວງບໍລິຄຳໄຊ ຕາງໜ້າໃຫ້ຄະນະບໍລິຫານງານພັກແຂວງ ໄດ້ຍ້ອງຍໍຊົມເຊີຍມາຍັງແຂວງເລີ່ມດົງ ທີ່ໄດ້ປະກອບສ່ວນເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ 19 ແລະ ພະແນກການຕ່າງປະເທດແຂວງບໍລິຄຳໄຊ ໃນການປະສານງານກັບແຂວງເລີ່ມດົງฏ

ພ້ອມນີ້ ທ່ານຮອງເຈົ້າແຂວງ ຍັງເປັນກຽດມອບໃບກຽດຕິຄຸນຂອງແຂວງ ໃຫ້ຄະນະພັກ ຄະນະປົກຄອງແຂວງເລີ່ມດົງ ທີ່ມີຜົນງານປະກອບສາວນເຂົ້າໃນການສາ້ງສາພັດທະນາແຂວງບໍລິຄຳໄຊ ເວົ້າລວມ, ເວົ້າສະເພາະແມ່ນປະກອບສ່ວນເຂົ້າໃນຂະບວນການຕ້ານໂຄວິດ-19.

About admins16