ແຂວງອຸດົມໄຊ – ແຂວງບໍລິຄຳໄຊ ພົບປະແລກປ່ຽນບົດຮຽນວຽກງານຈັດຕັ້ງ, ກໍ່ສ້າງພັກ – ພະນັກງານ

ກອງປະຊຸມ ພົບປະແລກປ່ຽນບົດຮຽນ ວຽກງານຈັດຕັ້ງ, ກໍ່ສ້າງພັກ – ພະນັກງານ ລະຫວ່າງ ຄະນະຈັດຕັ້ງແຂວງອຸດົມໄຊ ກັບ ຄະນະຈັດຕັ້ງແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 8 ມີຖຸນາ 2022 ທີ່ໂຮງແຮມມິດຕະພາບ ແຂວງອຸດົມໄຊ ໂດຍມີທ່ານ ສຸຫວັດ ມະຫາວົງສະນັ່ນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງອຸດົມໄຊ, ທ່ານ ວັນໄຊ ເງຍຈັນທະຈອນ ຮອງຫົວໜ້າຄະນະຈັດຕັ້ງແຂວງບໍລິຄໍາໄຊ, ຫົວໜ້າຂະແໜງການ ພ້ອມດ້ວຍພະນັກງານວິຊາການ ຈາກຄະນະຈັດຕັ້ງສອງແຂວງ ເຂົ້າຮ່ວມ.

ກອງປະຊຸມພົບປະຄັ້ງນີ້ ທັງສອງແຂວງໄດ້ລາຍງານການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ – ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງໃຫ້ກັນຊາບໂດຍຫຍໍ້, ໂດຍທັງສອງແຂວງ ຈະໄດ້ພ້ອມກັນປະກອບຄຳຄິດຄຳເຫັນແລກປ່ຽນນຳກັນ, ເຊິ່ງປະເດັນທີ່ສໍາຄັນໃນການແລກປ່ຽນກັນແມ່ນວຽກງານການກໍ່ສ້າງພັກ, ປັບປຸງກົງຈັກການຈັດຕັ້ງ, ການຂະຫຍາຍພັກ ແລະ ການກະກຽມບຸກຄະລາກອນໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນ, ການກວດກາ ພິສູດຍັ້ງຢືນຄວາມຖືກຕ້ອງທາງດ້ານປະຫວັດຕົ້ນກຳເນີດ ແລະ ການຕິດຕາມສະມາຊິກພັກກ່ອນການເລືອກຕັ້ງ –  ແຕ່ງຕັ້ງພະນັກງານເຂົ້າຮັບຕໍາແໜ່ງສຳຄັນ.

ທັງສອງແຂວງ ຍັງໄດ້ແລກປ່ຽນບົດຮຽນ ກ່ຽວກັບການປະຕິບັດນະໂຍບາຍຕໍ່ພະນັກງານທີ່ໄປຍົກລະດັບໄລຍະສັ້ນ, ໄລຍະຍາວ ຢູ່ພາຍໃນ ແລະ ຕ່າງປະເທດ ລວມໄປເຖິງບັນຫາດ້ານອ່ອນຂໍ້ຄົງຄ້າງ ທີ່ທັງສອງແຂວງພົບພໍ້ໃນໄລຍະຜ່ານມາ, ມີຄໍາຄິດຄຳເຫັນແກ້ໄຂຮ່ວມກັນກ່ຽວກັບບັນຫາຂໍ້ຄົງຄ້າງຕ່າງໆ ແນໃສ່ແກ້ໄຂບັນຫາຂໍ້ຫຍຸ້ງຍາກທີ່ພົບເຫັນ ເພື່ອຍົກສູງຄຸນນະພາບ ແລະ ບົດບາດຂອງວຽກງານຈັດຕັ້ງ ກໍ່ສ້າງພັກ – ພະນັກງານ ໃຫ້ກ້າວເຂົ້າສູ່ລວງເລິກ ແລະ ມີຄຸນນະພາບໃໝ່.

About admins16