ແຂວງບໍລິຄໍາໄຊ ສະຫຼຸບວຽກງານ ປກຊ-ປກສ ປະຈໍາ 06 ເດືອນຕົ້ນປີ 2020


ວັນທີ 12 ສິງຫາ 2020 ນີ້, ແຂວງບໍລິຄໍາໄຊ ໄດ້ເປີດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ປະຈໍາ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ 2020 ທີ່ຫ້ອງປະຊຸມເບີ 03 ຂອງແຂວງ, ໂດຍການເປັນປະທານຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ.

ທ່ານ ພົນຈັດຕະວາ ຈວງຈັນ ລາດສະວົງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ຄະນະຮັບຜິດຊອບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄລຍະ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ 2020 ເຊີ່ງໄດ້ສະຫຼຸບຕີລາຄາຄືນສະພາບການຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ຢູ່ແຂວງບໍລິຄໍາໄຊ, ຕີລາຄາສະພາບລວມຂອງໂລກ, ພາກພື້ນ ແລະ ສະພາບລວມພາຍໃນປະເທດ ເວົ້າລວມ, ເວົ້າສະເພາະກໍ່ແມ່ນ ແຂວງບໍລິຄໍາໄຊ ພາຍໃຕ້ການຊີ້ນຳ-ນຳພາຂອງພັກ-ລັດຖະບານ, ຄະນະກຳມະການ ປກຊ-ປກສ ຂັ້ນສູນກາງ ແລະ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ໄດ້ຕັ້ງໜ້າປະຕິບັດສອງໜ້າທີ່ຍຸດທະສາດຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫ່ຍ ຄັ້ງທີ VI ຂອງອົງຄະນະພັກແຂວງ, ຈັດຕັ້ງປະຕິບັດ 04 ໜ້າທີ່ໃຫ່ຍ, 26 ແຜນງານ ຂອງກະຊວງປ້ອງກັນປະເທດ ແລະ 04 ຄາດໝາຍ, 04 ແຜນງານ ແລະ 41 ໂຄງການຂອງກະຊວງປ້ອງກັນຄວາມສະຫງົບ, ມະຕິກອງປະຊຸມ ວຽກງານ ປກຊ-ປກສ 03 ແຂວງ, 01 ກອງພົນ.

ໃນໄລຍະ 06 ເດືອນຜ່ານມມາ ແຂວງ ບໍລິຄໍາໄຊ ແມ່ນຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ລະບົບການເມືອງຢູ່ຂັ້ນຮາກຖານໄດ້ຮັບການປັບປຸງໃຫ້ໜັກແໜ້ນ, ກຳລັງ ປກຊ-ປກສ ນັບມື້ເຕີບໃຫຍ່ເຂັ້ມແຂງ ເຮັດໃຫ້ປະຊາຊົນບັນດາເຜົ່າມີຄວາມສະດວກໃນການທໍາມາຫາກິນສ້າງເສດຖະກິດຄອບຄົວ ແລະ ພັດທະນາທ້ອງຖີ່ນຂອງຕົນໃຫ້ຈະເລີນຮຸ່ງເຮືອງສີວິໄລ ຕາມແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັັກການຂອງພັກ, ນອກນີ້ ຄະນະປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຍັງໄດ້ສຸມໃສ່ສຶກສາອົບຮົມນໍ້າໃຈຮັກຊາດ, ການກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ, ການປັບປຸງກໍ່ສ້າງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍຕິດພັນຢ່າງເລິກເຊີ່ງກັບການພັດທະນາເສດຖະກິດ-ສັງຄົມຂອງຊາດ, ຂອງທ້ອງຖີ່ນ ແລະ ສຸມໃສ່ແກ້ໄຂບັນຫາ 04 ເຖື່ອນ ໂດຍຕິດພັນກັບ 09 ຫົວຂໍ້ສໍາມະນາວິທະຍາສາດຂອງແຂວງ ເຮັດໃຫ້ທົ່ວແຂວງມີສະຖຽນລະພາບທາງດ້ານການເມືອງ ສັງຄົມມີຄວາມສະຫງົບຢ່າງໜັກແໜ້ນ.

ຫຼັງຈາກນັ້ນ ບັນດາຜູ້ແທນກອງປະຊຸມ ຍັງໄດ້ພັດປ່ຽນກັນຂຶ້ນປະກອບຄໍາເຫັນແລກປ່ຽນສະພາບການວຽກງານເຊີ່ງກັນ ແລະ ກັນຢ່າງກົງໄປກົງມາ ແລະ ໄດ້ເອກະພາບກັນຕໍ່ກັບບົດສະຫຼຸບ ແລະ ຮັບຮອງເອົາທິດທາງແຜນການທີ່ຈະສຸມໃສ່ຈັດຕັ້ງປະຕິບັດ ໃນ 06 ເດືອນ ທ້າຍປີ 2020 ທີ່ຈະໄດ້ພ້ອມກັນນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນສູງຂື້ນກ່ວາເກົ່າ.


ຕອນທ້າຍກອງປະຊຸມ ທ່ານ ປອ ກອງແກ້ວ ໄຊສົງຄາມ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດໃນການຊີ້ນຳໆພາ, ການຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ໃນໄລຍະ 06 ເດືອນຜ່ານມາ, ເຖິງແມ່ນວ່າໄດ້ປະເຊີນກັບສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກ ຫຼາຍປະການ ແຕ່ອໍານາດການປົກຄອງ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຕ່ລະຂັ້ນກໍ່ເຮັດສຳເລັດໜ້າທີ່ຂອງຕົນດ້ວຍນໍ້າໃຈບຸກທະລຸ ພ້ອມກັນນັ້ນ ທ່ານໄດ້ເນັ້ນໜັກໃຫ້ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍລິຄໍາໄຊ, ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງອັນມີກຽດຂອງຕົນ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ ພ້ອມກັນຕັ້ງໜ້າຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ເພື່ອຕອບຕ້ານທັບມ້າງທຸກກົນອຸບາຍ ຫັນປ່ຽນໂດຍສັນຕິຂອງບັນດາອິດທິກໍາລັງປໍລະປັກ ເພື່ອຮັບປະກັນເຮັດໃຫ້ປະທດຊາດກໍ່ຄືແຂວງບໍລິຄໍາໄຊ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ປະຊາຊົນບັນດາເຜົ່າມີຄວາມຜາສຸກ.

About admin11