ແຂວງບໍລິຄໍາໄຊ ຈັດພິທີໄຂສົກຮຽນໃໝ່ 2021-2022

ໃນຕອນເຊົ້າຂອງວັນທີ 27 ສິງຫາ 2021 ຢູ່ສະໂມສອນຂອງໂຮງຮຽນ ມ.ສ ສີທ່ານາໄຊ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ຈັດພິທີໄຂສົກຮຽນໃໝ່ ປະຈໍາສົກຮຽນ 2021-2022 ທົ່ວແຂວງບໍລິຄໍາໄຊ ຂື້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ, ມີພະແນກການອ້ອມຂ້າງແຂວງ, ການນໍາຂອງເມືອງປາກຊັນ, ແຂກທີ່ຖືກເຊີນ, ຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

ໃນພິທີ ທ່ານ ລົມ ແພງສຸກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ລາຍງານວ່າ: ທົ່ວແຂວງບໍລິຄຳໄຊ ມີພະນັກງານ-ລັດຖະກອນຄູທັງໝົດ 3.363 ຄົນ, ຍິງ 1.834 ຄົນ, ໃນນີ້ ເປັນລັດຖະກອນຄູ 3.003 ຄົນ, ຍິງ 1.687 ຄົນ ແລະ ບໍລິຫານຈໍານວນ 380 ຄົນ, ຍິງ147ຄົນ, ມີໂຮງຮຽນລ້ຽງເດັກ ແລະ ອະນຸບານທັງໝົດ 84 ແຫ່ງ ( ເອກະຊົນ 24 ແຫ່ງ) ລື່ນປີຜ່ານມາ 4 ແຫ່ງ (ເອກະຊົນ 1 ແຫ່ງ, ລັດ 3 ແຫ່ງ), ມີຫ້ອງຮຽນທັງໝົດ 455 ຫ້ອງ (ລ້ຽງເດັກ-ອະນຸບານ 292 ຫ້ອງ, ຫ້ອງກຽມ 163 ຫ້ອງ) ລື່ນປີຜ່ານມາ 25ຫ້ອງ, ມີນັກຮຽນທັງໝົດ 9.296 ຄົນ, ຍິງ 4.579 ຄົນ, ມີໂຮງຮຽນປະຖົມທັງໝົດ 309 ແຫ່ງ ( ເອກະຊົນ 13 ແຫ່ງ ), ມີຫ້ອງຮຽນ 1.412 ຫ້ອງ ( ເອກະຊົນ 59 ຫ້ອງ), ມີນັກຮຽນທັງໝົດ 33.488 ຄົນ, ຍິງ 16.078 ຄົນ, ມີໂຮງຮຽນມັດທະຍົມທັງໝົດ 66 ແຫ່ງ, ໃນນີ້ ມ.ຕ ມີ 41 ແຫ່ງ ( ເອກະຊົນ 4 ແຫ່ງ ), ມ.ສ ມີ 23 ແຫ່ງ, ມ.ປ 2 ແຫ່ງ ມີ 787 ຫ້ອງຮຽນ ( ເອກະຊົນ 16 ຫ້ອງຮຽນ ) ນັກຮຽນມັດທະຍົມຕອນຕົ້ນທັງໝົດ 19.770 ຄົນ ແລະ ມັດທະຍົມຕອນປາຍ 9.309 ຄົນ.

ປີຜ່ານມາ ມີ 6 ຄາດໝາຍ, ສາມາດບັນລຸໄດ້ຕາມແຜນ 1 ຄາດໝາຍທີ່ມີຄວາມກ້າວໜ້າເມື່ອທຽບໃສ່ປີຜ່ານມາ ຄື: ອັດຕາເຂົ້າໃໝ່ສຸດທິ ປ.1 ເພີ່ມຂື້້ນຈາກ 98,1% ເປັນ 98,4%, ອັດຕາເຂົ້າຮຽນໃໝ່ລວມ ປ.5 ຫຼຸດລົງຈາກ 102,1% ເປັນ 98,4 %, ປະຊາກອນໝຸ່ມ ແລະ ຜູ້ປະລະການຮຽນໃຫ້ໄດ້ບໍາລຸງຜ່ານການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບຈາກ 873 ຄົນເພີ່ມຂື້ນ 906 ຄົນ ( ຄາດໝາຍ 855 ຄົນ ), ສູ້ຊົນຈໍານວນເມືອງທີ່ບັນລຸດັດສະນີຄວາມສໍາພັນລະຫວ່າງຄູ ແລະ ນັກຮຽນ ຈາກ 5 ເມືອງເປັນ 6 ເມືອງ.

ຄາດໝາຍທີ່ມີຄວາມຄືບໜ້າ ມີ 1 ຄາດໝາຍ ຄື: ອັດຕາປະລະຂອງນັກຮຽນຊັັ້ນປະຖົມຫຼຸດຈາກ 2,4% ເປັນ 2,3%  (ຄາດໝາຍ 1,9% ).

ສໍາລັບຜົນການສອບເສັງຈົບຊັ້ນ ປະຈໍາສົກຮຽນ 2020-2021: ຊັ້ນປະຖົມສຶກສາ ປ.5 ປະຕິບັດໄດ້ 97,93%, ຊັ້ນມັດທະຍົມສຶກສາຕອນຕົ້ນ ( ມ.4 ) ປະຕິບັດໄດ້ 99,06%, ຊັ້ນມັດທະຍົມສຶກສາຕອນປາຍ ມ.7 ປະຕິບັດໄດ້ 99,86%, ເສັງໄດ້ໃບປະກາດແດງ ມີ 1 ຄົນ ແລະ ການສຶກສານອກໂຮງຮຽນຊັ້ນປະຖົມລະດັບ 3 ປະຕິບັດໄດ້ 100 %, ຊັ້ນມັດທະຍົມສຶກສາຕອນຕົ້ນ ( ມ.4 ) ປະຕິບັດໄດ້ 100 %, ຊັ້ນມັດທະຍົມສຶກສາຕອນປາຍ ( ມ.7 ) ປະຕິບັດໄດ້ 98,50%.

ຝຶກອົບຮົບວິຊາຊີບຂັ້ນພື້ນຖານໃຫ້ແກ່ຜູ້ຮຽນ ແລະ ປະຊາຊົນ ຕາມເງື່ອນໄຂຄວາມເປັນຈິງ ໃນແຕ່ລະວິຊາທັງໝົດ: 138 ຄົນ, ຍິງ 93 ຄົນ ແລະ ອາຊີວະສຶກສາຈົບຊັ້ນສູງ ມີ 82 ຄົນ, ຍິງ 59 ຄົນ, ນັກສຶກສາຈົບຊັ້ນກາງ ມີ 159 ຄົນ, ຍິງ 62 ຄົນ, ຊັ້ນສູງພາກເອກະຊົນ ມີ 52 ຄົນ, ຍິງ 34 ຄົນ.

ຕອນທ້າຍພິທີ ຍັງໄດ້ຮັບການຊ່ວຍເຫຼືອທາງດ້ານອຸປະກອນການປ້ອງກັນການລະບາດຂອງເຊື້ອພະຍາດໂຄວິດ-19 ຈາກບັນດາທ່ານບັນດາແຂກທີ່ເຂົ້າຮ່ວມ.

About admins16