ແຂວງບໍລິຄຳໄຊ ແລະ ບັນດາແຂວງຂອງ ສສ ຫວຽດນາມ ໄດ້ຮັດແໜ້ນຄວາມສາມັກຄີແບບພິເສດຢ່າງຕໍ່ເນື່ອງ

ໃນໄລຍະ 5 ປີຜ່ານມາ ແຂວງບໍລິຄຳໄຊ ສປປ ລາວ ແລະ ບັນດາແຂວງຂອງ ສສ ຫວຽດນາມ ໄດ້ມີການພົວພັນຮ່ວມມື, ເຮັດວຽກ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນຫຼາຍດ້ານ, ທ່ານ ອຸດົມ ວົງໄກສອນ ຫົວໜ້າພະແນກການຕ່າງປະເທດ ແຂວງບໍລິຄໍາໄຊ ໄດ້ໃຫ້ສຳພາດ ໃນວັນທີ 13 ກໍລະກົດ 2022 ຢູ່ຫ້ອງປະຊຸມພະແນກການຕ່າງປະເທດແຂວງ ວ່າ:

ການທີ່ສອງພັກ – ລັດຖະບານ ໄດ້ກໍານົດເອົາ ປີ 2022 ນີ້ ເປັນປີສາມັກຄີ ມິດຕະພາບ ລາວ – ຫວຽດນາມ ຖືເປັນໂອກາດ ແລະ ນິມິດໝາຍອັນດີ ໃຫ້ແກ່ການຈັດຕັ້ງພັກ – ລັດແຕ່ລະຂັ້ນ, ສະມາຊິກພັກ – ພະນັກງານ ແລະ ປະຊາຊົນ ສອງຊາດ ລາວ – ຫວຽດນາມ ໄດ້ພ້ອມກັນຫວນຄືນມູນເຊື້ອ ແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ – ຫວຽດນາມ ທີ່ປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສູພານຸວົງ ທີ່ແສນເຄົາລົບຮັກ ໄດ້ທຸ່ມເທເຫື່ອແຮງ ເພີ່ມພູນຄູນສ້າງ ແລະ ໄດ້ຮັບການເສີມຂະຫຍາຍ ໂດຍບັນດາການນໍາຮຸ້ນຕໍ່ຮຸ້ນ, ນັກປະຕິວັດ ແລະ ປະຊາຊົນສອງຊາດ ລາວ – ຫວຽດນາມ ເລື້ອຍໆມາ.

ຕະຫຼອດໄລຍະ 5 ປີຜ່ານມາ, ພະແນກການຕ່າງປະເທດ ເປັນເສນາທິການໃຫ້ແກ່ຄະນະພັກ – ອົງການປົກຄອງແຂວງ ກໍຄືກະຊວງການຕ່າງປະເທດ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການເສີ່ມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບ ໃນການເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດແນວທາງນະໂຍບາຍການຕ່າງປະເທດຂອງພັກ – ລັດ, ໄດ້ລົງນາມບົດບັນທຶກສ້າງສາຍພົວພັນຮ່ວມມືມິດຕະພາບ ແລະ ແຮກສ່ຽວແບບພິເສດ ກັບແຂວງຮ່າຕິ້ງ ສສ ຫວຽດນາມ, ສ້າງສາຍພົວພັນຮ່ວມມືມິດຕະພາບກັບແຂວງເຫງະອານ, ແຂວງເລິມດົ່ງ ແລະ ຍັງມີຫຼາຍແຂວງທີ່ມີການພົວພັນຮ່ວມມືບາງດ້ານຮ່ວມກັນ.

ໃນແຕ່ລະປີ ຄະນະຜູ້ແທນສອງຝ່າຍກໍໄດ້ມີການຜັດປ່ຽນກັນເປັນເຈົ້າພາບຈັດກອງປະຊຸມຮ່ວມກັນ, ຊຸກຍູ້ໃຫ້ມີການແຮກສ່ຽວລະດັບພະແນກການຂັ້ນແຂວງ, ບັນດາເມືອງ, ຕະຫຼອດຮອດບັນດາບ້ານລຽບຕາມຊາຍແດນ ແລະ ແຂວງເຫງະອານ, ໄດ້ປະສານສົມທົບຂໍທຶນຊ່ວຍເຫຼືອຈາກບັນດາແຂວງຂອງ ສສ ຫວຽດນາມ ໃນການບໍາລຸງ ກໍ່ສ້າງບຸກຄະລາກອນແຂວງບໍລິຄໍາໄຊ ຈໍານວນ 100 ກວ່າທຶນ ເພື່ອຮຽນກຽມພາສາ ແລະ ສືບຕໍ່ຮຽນວິຊາສະເພາະຢູ່ ສສ ຫວຽດນາມ ( ເຊິ່ງ 5 ປີຜ່ານມາ ມີເຖິງ 688 ທຶນ ).

ແຕ່ລະປີ ແຂວງບໍລິຄໍາໄຊ ກໍໃຫ້ການຊ່ວຍເຫຼືອນັກຮຽນຂອງແຂວງຮ່າຕິງ ມາກຽມພາສາ ແລະ ສືບຕໍ່ຮຽນວິຊາສະເພາະຢູ່ມະຫາວິທະຍາໄຫ່ງຊາດລາວ ປີລະ 2 – 3 ທຶນ, ໄດ້ຮັບການກໍສ້າງທາງພື້ນຖານໂຄງລ່າງດ້ານການສຶກສາ, ສາທາລະນະສຸກ, ງົບປະມານ, ອຸປະກອນຮັບໃຊ້ ແລະ ສະບຽງອາຫານຈໍານວນໜຶ່ງ ມູນຄ່າຫຼາຍກວ່າ 66 ກວ່າຕື້ດົງ, ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ 19, ບັນດາແຂວງຂອງ ສສ ຫວຽດນາມກໍໄດ້ໃຫ້ການຊ່ວຍເຫຼືອເປັນງົບປະມານ ແລະ ອຸປະກອນການແພດຕ່າງໆໃຫ້ແຂວງບໍລິຄໍາໄຊ ລວາມເປັນມູນຄ່າ 6 ກວ່າຕື້ດົງ, ແຂວງບໍລິຄໍາໄຊ ໄດ້ຊ່ວຍປຸກເຮືອນມິດຕະພາບ, ຊ່ວຍເຫຼືອຜູ້ຖືກໄພພິບັດ ແລະ ປະກອບສ່ວນຊ່ວຍປ້ອງກັນພະຍາດໂຄວິດ 19 ໃຫ້ແຂວງຮ່າຕິງ ເປັນງົບປະມານ 30.000 ໂດລາ.

ນັບແຕ່ປີ 1999 – 2022 ແຂວງບໍລິຄໍາໄຊ – ແຂວງຮ່າຕິ້ງ ໄດ້ປະສານສົມທົບ ດຳເນີນການສໍາຫຼວດ ຊອກຫາ ແລະ ຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ແຂວງບໍລິຄຳໄຊ ໄດ້ທັງໝົດ 535 ອັດຖິ ແລະ ໄດ້ຈັດພິທີມອບ – ນຳສົ່ງ ກັບຄືນປະເທດ ຢ່າງສົມກຽດ, ໄດ້ແກ້ໄຂບັນຫາຜູ້ຍົກຍ້າຍຕັ້ງພູມລໍາເນົາຕາມລໍາພັງໃຈ ແລະ ສ້າງຄອບຄົວບໍ່ຖືກລະບຽບຕາມບໍລິເວນຊາຍແດນ ລາວ – ຫວຽດນາມ ເຊິ່ງມີປະຊາຊົນຫວຽດນາມ ຍົກຍ້າຍລຽບຕາມຊາຍແດນມາຢູ່ແຂວງບໍລິຄໍາໄຊ ທັງໝົດ 727 ຄອບຄົວ, ຈໍານວນພົນ 4,374 ຄົນ, ລັດຖະບານລາວອະນຸມັດໃຫ້ສັນຊາດແລ້ວ ຈໍານວນ 149 ຄອບຄົວ.

About admins14