ແຂວງບໍລິຄຳໄຊ ເປີດກອງປະຊຸມກວດສອບແຫ່ງລັດ ປະຈໍາປີ 2021

ກອງປະຊຸມ ເປີດບັ້ນກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2021 ໄດ້ຈັດຂຶ້ນໃນວັນທີ 8 ມິຖຸນາ 2022 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການປະທານຂອງ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ ແລະ ທ່ານ ບຸນເລີດ ເທບວົງສາ ຮອງປະທານອົງການກວດສອບແຫ່ງລັດ, ມີຄະນະຈາກອົງການກວດສອບແຫ່ງລັດ, ອົງການກວດສອບປະຈໍາພາກກາງ, ພະແນກການອ້ອມຂ້າງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ເພື່ອຮັບປະກັນເຮັດໃຫ້ການດໍາເນີນການກວດສອບ ດໍາເນີນໄປຢ່າງຖືກຕ້ອງ, ຢັ້ງຢືນຄວາມສອດຄ່ອງຕາມຂັ້ນຕອນຂອງລະບຽບກົດໝາຍ, ມາດຕະຖານ, ບົນພື້ນຖານຂໍ້ມູນ, ຫຼັກຖານ, ການເຄື່ອນໄຫວກວດສອບແຫ່ງລັດ, ມີຄຸນນະພາບ, ລະອຽດ, ຮອບຄອບ, ຄົບຖ້ວນ, ຊັດເຈນ, ທ່ຽງທໍາ ແລະ ຮູ້ໄດ້ສາເຫດ, ຜົນກະທົບຕ່າງໆ ເປັນແຕ່ລະເນື້ອໃນການກວດສອບຕາມກົດໝາຍ, ຕາມລະບຽບການທີ່ກໍານົດໄວ້.

ກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ, ເຊື່ອມຊືມຢ່າງເລິກເຊິ່ງກ່ຽວກັບຂໍ້ຕົກລົງ ແລະ ທິດຊີ້ນໍາ ຂອງທ່ານປະທານອົງການກວດສອບແຫ່ງລັດ, ທິດຊີ້ນໍາຂອງທ່ານເຈົ້າແຂວງໆບໍລິຄຳໄຊ, ແຜນການເຄື່ອນໄຫວກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ແຂວງບໍລິຄຳໄຊ ປະຈໍາປີ 2021 ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມສະພາປະຊາຊົນແຂວງ ແລະ ຜົນການຈັດຕັ້ງປະຕິບັດຄໍາແນະນໍາກວດສອບປີຜ່ານມາ ຂອງແຂວງບໍລິຄຳໄຊ.

ຜ່ານການຄົ້ນຄວ້າ, ເຊື່ອມຊືມ ຢ່າງກົງໄປກົງມາ, ກອງປະຊຸມໄດ້ຕີລາຄາສູງ, ເຫັນໄດ້ຄວາມໝາຍຄວາມສໍາຄັນ ແລະ ຄວາມຈໍາເປັນທີ່ຕ້ອງໄດ້ມີການກວດສອບ, ພາຍຫຼັງທີ່ມີການກວດສອບ ໄດ້ເຮັດໃຫ້ສະມາຊິກພັກ – ພະນັກງານ ມີສະຕິ, ເຄົາລົບຕໍ່ກົດໝາຍ, ວິໄນແຜນການ – ການເງິນ, ມີການຫັນປ່ຽນທັດສະນະ, ແນວຄິດອັນເກົ່າໄປສູ່ອັນໃໝ່ທີ່ກ້າວໜ້າ, ດ້ານການຈັດຕັ້ງມີຄວາມໂປ່ງໃສ, ເຂັ້ມແຂງຂຶ້ນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຢືນຍົງ.

ພ້ອມດຽວກັນນີ້, ກອງປະຊຸມໄດ້ມີຄວາມເປັນເອກະພາບ ທີ່ຈະພ້ອມກັນເອົາໃຈໃສ່ບຸກທະລຸກົນໄກການປະສານງານ ສົມທົບເຮັດວຽກຮ່ວມກັນ ໃຫ້ມີປະສິດທິຜົນ ແລະ ໃຫ້ໄດ້ຮັບຜົນດີ ດ້ວຍຄວາມຮັບຜິດຊອບຢ່າງສູງ.

About admins14